ລາຄານໍ້າມັນດິບ ປັບຂຶ້ນສູ່ລະດັບ 82 ໂດລາຕໍ່ບາເຣລ

32

ລາຄານໍ້າມັນໂລກປັບຂຶ້ນແຮງສູ່ລະດັບ 82ໂດລາສະຫະລັດຕໍ່ບາເຣລ ຫຼັງຣັດເຊຍຫຼຸດການຜະລິດນໍ້າມັນຄັ້ງໃຫຍ່ຕາມມະຕິໂອເປັກບວກ.

ສັນຍານໍ້າມັນດິບ ເວັດເທັກຊັດ ງວດສົ່ງມອບເດືອນພຶດສະພາ ປັບຂຶ້ນ 1,32 ໂດລາ ຫຼື 1,64% ປິດທີ່ 81,95ໂດລາສະຫະລັດຕໍ່ບາເຣລໃນຕະຫຼາດນິວຢອກ ແລະ ລະຫວ່າງການຊື້ – ຂາຍໃນຕະຫຼາດອາຊີ ໃນວັນທີ 26 ມີນາ ລາຄາຍັງປັບຂຶ້ນຕໍ່ເນື່ອງໄປຢູ່ທີ່ 82,23 ໂດລາສະຫະລັດຕໍ່ບາເຣລ.

อาจเป็นรูปภาพของ ทางรถไฟ, โรงกลั่นน้ำมัน และ ข้อความ

ຂະນະທີ່ສັນຍານໍ້າມັນດິບເບຣນ ( BRENT ) ງວດສົ່ງມອບເດືອນພຶດສະພາ ເພີ່ມຂຶ້ນ1,32ໂດລາຫຼື 1,55% ປິດທີ່86,75 ໂດລາສະຫະລັດຕໍ່ບາເຣລ ແລະ ລະ ຫວ່າງການຊື້ຂາຍໃນຕະຫຼາດອາຊີ ລາຄາພຸ່ງຂຶ້ນໄປຢູ່ທີ່ 86,98 ໂດລາສະຫະລັດຕໍ່ບາເຣລ.

ລາຄານໍ້າມັນດິບທີ່ກັບມາດີດຕົວປັບຂຶ້ນແຮງ ມີຂຶ້ນຫຼັງສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງແຫຼ່ງຂ່າວວ່າ ຣັດເຊຍ ໄດ້ສັ່ງໃຫ້ບໍລິສັດຕ່າງໆປັບຫຼຸດການຜະລິດນໍ້າມັນໃນໄຕມາດ 2 ປີນີ້ ເພື່ອໃຫ້ຣັດເຊຍສາມາດບັນລຸເປົ້າໝາຍການຜະລິດທີ່ລະດັບ 9 ລ້ານບາເຣລຕໍ່ວັນ ພາຍໃນເດືອນມິຖຸນາ ຕາມຄຳສັນຍາທີ່ໃຫ້ໄວ້ກັບກຸ່ມປະເທດຜູ້ສົ່ງອອກນໍ້າມັນ ແລະ ຊາດພັນທະມິດ   ( ໂອເປັກບວກ ).