ຫວຽດນາມ ເປີດຂະບວນລົດໄຟເຊື່ອມຕໍ່ກັບມໍລະດົກພາກກາງ

33

ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ວັນທີ 26 ມີນາ ຢູ່ສະຖານີ ລົດໄຟ ແຂວງເທື່ອທຽນເຫວະ, ບໍລິສັດໃຫຍ່ ລົດໄຟ ຫວຽດນາມ ສົມທົບກັບ ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວະ ແລະ ນະຄອນດາໜັງ ໄດ້ຈັດພິທີເປີດຂະບວນລົດໄຟ ທ່ອງທ່ຽວໄປ – ກັບເຊື່ອມຕໍ່ເຫວະ – ດາໜັງ ຕາມຮູບແບບ ດຳເນີນທຸລະກິດ ຂົນສົ່ງ ສົມທົບກັບການຂຸດຄົ້ນ ບໍລິການທ່ອງທ່ຽວ.

ຂະບວນລົດໄຟ ມີຊື່ວ່າ “ ການເດີນທາງ ເຊື່ອມຕໍ່ກັບ ມໍລະດົກພາກກາງ ”. ແຕ່ລະມື້ໄດ້ເປີດຂະບວນລົດໄຟ ໄປ – ກັບຈາກ ເຫວະ ແລະ ດາໜັງ, ແລ່ນຜ່ານທາງລົດໄຟ ຕອນງາມທີ່ສຸດຢູ່ ຫວຽດນາມ.

ເລື່ອງການຂຸດຄົ້ນ ການທ່ອງທ່ຽວ ທາງລົດໄຟ ຕອນ ເຫວະ – ດາໜັງ ທັງຕອບສະໜອງຄວາມຕ້ອງການໄປ – ມາ ຂອງປະຊາຊົນ, ທັງແມ່ນຜະລິດຕະພັນ ທີ່ດູດດື່ມ ສຳລັບແຂກທ່ອງທ່ຽວສາກົນ ແລະ ພາຍໃນປະເທດ.

ທ່ານ ຫງວຽນວັນເຟືອງ ປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວະ ໃຫ້ຮູ້ວ່າ:“ຂະບວນລົດໄຟ ເຫວະ-ດາໜັງ ດ້ວຍການເດີນທາງ ເຊື່ອມຕໍ່ກັບ ມໍລະດົກພາກກາງ ໄດ້ນຳເຂົ້າເຄື່ອນໄຫວທາງການ ດ້ວຍຂະບວນລົດໄຟເຄື່ອນໄຫວແຕ່ລະມື້ ໂດຍໃຊ້ເວລາເດີນທາງ 3 ຊົ່ວໂມງຕໍ່ຖ້ຽວ.

ຂະບວນລົດໄຟຈະແລ່ນຜ່ານທາງລົດໄຟຕອນງາມທີ່ສຸດຂອງ ຫວຽດນາມ ດ້ວຍບັນດາປູສະນີຍະສະຖານ, ພິເສດແມ່ນກິ່ວ ຫາຍເວີນເຊິ່ງຫຼາຍອົງການສຳນັກຂ່າວ, ບໍລິສັດທ່ອງທ່ຽວສາກົນເລືອກເຟັ້ນ ແລະ ນຳເຂົ້າບັນຊີລາຍຊື່ບັນດາເສັ້ນທາງລົດໄຟງາມທີ່ສຸດໃນໂລກ.