ໄຂເວທີປຶກສາຫາລືການພັດທະນາຂອງຈີນ ປະຈຳປີ 2024

46

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ກອງປະຊຸມເວທີປຶກສາຫາລືການພັດທະນາຂອງຈີນ ປະຈຳປີ 2024 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ລະຫວ່າງວັນທີ 24 – 25 ມີນານີ້ ເຊິ່ງເປັນໄລຍະຖືກກັບລະດູໃບໄມ້ປົ່ງທີ່ອາກາດກຳລັງອົບອຸ່ນຂຶ້ນ ແລະດອກໄມ້ເບັ່ງບານ.

อาจเป็นรูปภาพของ 1 คน, ลำโพง, แท่นบรรยาย และ ข้อความ

ກອງປະຊຸມປີນີ້ ໄດ້ດຶງດູດຜູ້ແທນຕ່າງປະເທດ 110 ກວ່າທ່ານເຂົ້າຮ່ວມ. ໃນນັ້ນ, CEO ຈຳນວນບໍ່ໜ້ອຍໄດ້ເດີນທາງມາຮອດຈີນລ່ວງໜ້າ ແລະ ຈັດວາລະການເຄື່ອນໄຫວເຕັມເວລາ ເຊິ່ງສະແດງໃຫ້ເຫັນວ່າ: ເຂົາເຈົ້າໃຫ້ ຄວາມສຳຄັນ ແລະ ມີການພົວພັນທີ່ແໜ້ນແຟ້ນກັບຕະຫຼາດຈີນ ກໍຄືຈີນມີກຳລັງດຶງດູດຢ່າງແຂງແຮງຕໍ່ວິສາຫະກິດຕ່າງປະເທດ.

ທ່ານ Roland Busch ປະທານທັງເປັນຫົວໜ້າຜູ້ອຳນວຍການບໍລິຫານງານຂອງບໍລິສັດ SIEMENS ເດີນທາງມາຈີນຄັ້ງນີ້ ຈະພັກເຊົາ 7 ວັນ, ນອກຈາກເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລືການພັດທະນາຂອງຈີນ ປະຈຳປີ 2024 ແລ້ວ. ທ່ານ ຍັງຈະເຂົ້າຮ່ວມກິດຈະກຳ ແລະການພົບປະ 20 ກວ່າຄັ້ງຢູ່ນະຄອນ ຫຼວງປັກກິ່ງ, ນະຄອນເຊີ່ນເຈີ້ນ ແລະ ນະຄອນກວາງໂຈ່ວ, ແຜນການເຄື່ອນໄຫວອັນໜາແໜ້ນດັ່ງກ່າວລ້ວນແຕ່ປິ່ນອ້ອມເນື້ອໃນທີ່ວ່າ: ວິສາຫະກິດຈະເຮັດແນວໃດເພື່ອກຳແໜ້ນໂອກາດຂອງຈີນ ໃຫ້ໄດ້ດີກວ່າເກົ່າ.

อาจเป็นรูปภาพของ หนึ่งคนขึ้นไป และ ข้อความ

ອີງຕາມສະຖິຕິທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ໃນ 2 ເດືອນທຳອິດຂອງ ປີນີ້, ມູນຄ່າເພີ່ມຂອງອຸດສາຫະກຳຂະໜາດໃຫຍ່ທົ່ວປະເທດຈີນ ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຍອດມູນຄ່າຂາຍຍ່ອຍ ເຄື່ອງບໍລິໂພກໃນສັງຄົມເພີ່ມຂຶ້ນ 5,5% ເພື່ອທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາ, ການລົງທຶນຂອງອຸດສາຫະກຳການຜະລິດເພີ່ມຂຶ້ນ 9,4%, ຍອດ ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າເພີ່ມຂຶ້ນ 8,7%.