ຂະບວນລົດໄຟ ຈີນ – ຫວຽດນາມ ບັນລຸການຂົນສົ່ງສິນຄ້າຫຼາຍກວ່າ 500 ຕູ້ ເປັນຄັ້ງທຳອິດ

52

ຂ່າວຊີອາໄອລາຍງານວ່າ: ອີງຕາມແຫຼ່ງຂ່າວຈາກກຸ່ມບໍລິສັດທາງລົດໄຟຈີນສາຂາໜານໜິງຈຳກັດແຈ້ງໃຫ້ຮູ້ເມື່ອວັນທີ22ມີນານີ້ວ່າ: ນັບມາຮອດວັນທີ21ມີນາ2024 ຂະບວນລົດໄຟຜ່ານດ່ານດ່ວນຈີນ-ຫວຽດນາມ ໄດ້ຂົນສົ່ງສິນຄ້າຫຼາຍກວ່າ 500 ຕູ້ມາດຕະຖານໃນເດືອນມີນານີ້ ເຊິ່ງເປັນຄັ້ງທຳອິດທີ່ຂະບວນລົດໄຟຜ່ານດ່ານດ່ວນຈີນ-ຫວຽດນາມຂົນສົ່ງສິນຄ້າຫຼາຍຍກວ່າ500ຕູ້ມາດຕະຖານຕໍ່ເດືອນ.

ນັບແຕ່ຕົ້ນປີ2024ນີ້, ໄປຄຽງຄູ່ກັບການໄປມາຫາສູ່ກັນດ້ານເສດຖະກິດການຄ້າຈີນ-ຫວຽດນາມໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງແລ້ວ, ການຂົນສົ່ງສິນຄ້າຂອງຂະບວນລົດໄຟຜ່ານດ່ານດ່ວນຈີນ-ຫວຽດນາມໄດ້ປະຕິບັດງານຢ່າງຫຼວງຫຼາຍ ໂດຍໄດ້ຂົນສົ່ງສິນຄ້າທີ່ຈັດສົ່ງຈາກສູນລວມສິນຄ້າປົກຄຸມທົ່ວເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີກໍຄືນະຄອນແລະແຂວງຕ່າງໆຂອງຈີນທັງໝົດ 20 ກວ່າແຫ່ງເຊັ່ນ: ແຂວງກວາງຕຸ້ງ, ແຂວງເຈີີ້ຈ່ຽງ, ກຳແພງນະຄອນຊຽງໄຮ້ເປັນຕົ້ນ, ສິນຄ້າຂົນສົ່ງໄດ້ເພີ່ມຂຶ້ນເປັນ620ກວ່າຊະນິດ ເຊິ່ງເປັນການເພີ່ມແຮງຂັບເຄື່ອນຢ່າງບໍ່ຂາດສາຍໃຫ້ແກ່ການພັດທະນາການຄ້າລະຫວ່າງສອງປະເທດຈີນ-ຫວຽດນາມ.

ນັບແຕ່ຕົ້ນປີ2024ມາຮອດວັນທີ21ມີນານີ້ ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ຫວຽດນາມສາມາດຂົນສົ່ງສິນຄ້າໄດ້ທັງໝົດ1.168ຕູ້ມາດຕະຖານ ເພີ່ມຂຶ້ນ 47%ເມື່ອທຽບໃສ່ໄລຍະດຽວກັນຂອງປີ2023.