ລາຄາຄຳປິດບວກ 16,4 ໂດລາ

22

ລາຄາຄຳຕະຫຼາດໂຄແມັກ ປິດບວກ16,4ໂດລາສະຫະລັດ ໂດຍມີຄວາມຄາດຫວັງປັດໄຈເຟດປັບຫລຸດດອກເບ້ຍ.

ສັນຍາຄຳຕະຫຼາດໂຄແມັກ  ປິດຕະຫຼາດໃນວັນທີ 25 ມິນາ 2024 ປິດບວກ ໂດຍຕະຫຼາດຍັງໄດ້ປັດໄຈບວກຈາກການທີ່ທະນາຄານກາງສະຫະລັດ ຫລື ເຟດ ສົ່ງສັນຍານປັບຫຼຸດອັດຕາດອກເບ້ຍ 3 ຄັ້ງໃນປີນີ້; ຂະນະທີ່ນັກລົງທຶນຈັບຕາການເປີດເຜີຍດັດຊະນີລາຄາການໃຊ້ຈ່າຍເພື່ອການບໍລິໂພກສ່ວນບຸກຄົນ (PCE) ເຊິ່ງເປັນຂໍ້ມູນເງິນເຟີ້ທີ່ທະນາຄານກາງສະຫະລັດໃຫ້ຄວາມສຳຄັນ.

ທັງນີ້ ສັນຍາຄໍາຕະຫຼາດໂຄແມັກ ງວດສົ່ງມອບເດືອນເມສາ ເພີ່ມຂຶ້ນ16,4ໂດລາສະຫະລັດ ຫລື 0,76% ປິດທີ່2.176,40ໂດລາສະຫະລັດຕໍ່ອອນ ຂະນະທີ່ລາຄາທອງສະປອດ (Spot gold) ບວກຂຶ້ນ0,5% ໄປຢູ່ທີ່2.174,51ໂດລາສະຫະລັດຕໍ່ອອນ.

ຕະຫຼາດກັບມາໃຫ້ນໍ້າໜັກກັບປັດໄຈເລື່ອງເຟດ ຫຼັງຈາກທີ່ມີມະຕິຮັກສາອັດຕາດອກເບ້ຍໄລຍະສັ້ນທີ່ລະດັບ5,25%ຫາ 5,50% ໃນການປະຊຸມເມື່ອວັນພຸດທີ 20 ມີນາ ແລະ ຄາດຫວັງກັບອັດຕາດອກເບ້ຍນະໂຍບາຍ(Dot Plot) ທີ່ສົ່ງສັນຍານປັບຫຼຸດອັດຕາດອກເບ້ຍຈຳນວນ 3 ຄັ້ງໃນປີ2024

ທ່ານ ເຈີໂຣມ ພາວເວລ ປະທານເຟດໄດ້ຢັ້ງຢືນໃນລະຫວ່າງ ການຖະແຫຼງຂ່າວຫຼັງສຳເລັດການປະຊຸມໃນວັນດັ່ງກ່າວວ່າ: ຕົວເລກເງິນເຟີ້ຂອງສະຫະລັດທີ່ອອກມາສູງເກີນຄາດເມື່ອບໍ່ດົນມານີ້ ບໍເຮັດໃຫ້ເຟດປ່ຽນແປງມູມມອງທີ່ວ່າເງິນເຟິ້ຈະຊະລໍາຕົວລົງສູ່ເປົ້າໝາຍທີ່ລະດັບ2% ຢ່າງຄ່ອຍເປັນຄ່ອຍໄປ ແລະ ເຮົາເຊື່ອວ່າອັດຕາດອກເບ້ຍຂອງເຟດຢູ່ໃນລະດັບສູງສຸດແລ້ວສຳລັບວົງຈອນນີ້ ໂດຍຫາກເສດຖະກິດມີພັດທະນາການຕາມທີ່ເຮົາຄາດການໄວ້ເປັນວົງກວ້າງ ກໍໜ້າຈະເປັນເລື່ອງເໝາະສົມທີ່ເຟດຈະເລີ່ມປັບອັດຕາດອກເບ້ຍໃນປີນີ້.

ຂະນະທີ່ນັກລົງທຶນຕິດຕາມການເປີດເຜີຍດັດຊະນີ PCE  ປະຈຳເດືອນກຸມພາຂອງສະຫະລັດໃນວັນສຸກນີ້ ເພື່ອປະເມີນທ່າອ່ຽງ ເງິນເຟີ້ ແລະ ທິດທາງອັດຕາດອກເບ້ຍຂອງເຟດ.