ໄຟຟ້າລາວຈະສຶກສາຫຼາຍໂຄງການ ເພື່ອຜະລິດສົ່ງຂາຍໃຫ້ກຳປູເຈຍ

152

ໃນໂອກາດທີ່ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ,ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 25-26 ມີນາ 2024, ລາວ-ກໍາປູເຈຍ ໄດ້ປຶກສາຫາລືຮ່ວມກັນໃນຫຼາຍຂົງເຂດການຮ່ວມມື ລວມທັງການຄ້າຂາຍຮ່ວມກັນ ໂດຍສະເພາະສຶກສາຄວາມເປັນໄປໄດ້ການສົ່ງໄຟຟ້າເຂົ້າໄປກຳປູເຈຍເພີ່ມຂຶ້ນ.

อาจเป็นรูปภาพของ 4 คน และ แท่นบรรยาย

ໂດຍການເດີນທາງມາຢ້ຽມຢາມເທື່ອນີ້ແມ່ນທັງສອງໃ່າຍໄດ້ລົງນາມເອກະສານຮ່ວມກັນ ຈໍານວນ 3 ສະບັບ ຄື:
1) ສານສັດຕະຍາບັນ ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ.
2) ບົດບັນທຶກການແລກປ່ຽນສານສັດຕະຍາບັນ ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ.
3) ສັນຍາວ່າດ້ວຍການຮ່ວມມືທາງດ້ານພະລັງງານໄລຍະ II ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ຣາຊະອານາຈັກ ກຳປູເຈຍ.

อาจเป็นรูปภาพของ 4 คน และ แท่นบรรยาย
ພ້ອມກັນນີ້, ສອງຝ່າຍ ໄດ້ເຊັນເອກະສານແລກປ່ຽນບົດບັນທຶກຄວາມເຂົ້າໃຈ ຈໍານວນ 2 ສະບັບ ລະຫວ່າງ ກະຊວງບໍ່ແຮ່ ແລະ ພະລັງງານ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ກັບ 2 ບໍລິສັດ ຕາງໜ້າລັດຖະບານ ສປປ ລາວ ຄື: 1) ກັບ ບໍລິສັດ ລັດວິສາຫະກິດໄຟຟ້າລາວ: ບົດບັນທຶກຄວາມເຂົ້າໃຈໂຄງການພະລັງງານສະອາດ ແບບປະສົມປະສານຈາກເຂື່ອນໄຟຟ້າ, ໂຄງການຄວາມຮ້ອນໃຕ້ດິນ ແລະ ໂຄງການພະລັງງານທົດແທນ ແລະ ການສຶກສາຄວາມເປັນໄປໄດ້ ຂອງໂຄງການເຊກອງຕອນລຸ່ມ I ແລະ ໂຄງການເຊກອງຕອນລຸ່ມ II ເພື່ອສົ່ງອອກໄປຍັງກໍາປູເຈຍ ໂດຍຜ່ານຈຸດເຊື່ອມຕໍ່ທີ່ມີຢູ່ ແລະ ຈຸດໃໝ່; ແລະ 2) ກັບ ກຸ່ມບໍລິສັດພົງຊັບທະວີ ຈຳກັດ: ບົດບັນທຶກຄວາມເຂົ້າໃຈ ໂຄງການເຂື່ອນໄຟຟ້າເຊຂະໝານ 2 ແລະ ໂຄງການພະລັງງານລົມ.

อาจเป็นรูปภาพของ 4 คน และ แท่นบรรยาย

ຂອບໃຈຂ່າວ ແລະຮູບຈາກ ວິທະຍຸກະຈາຍສຽງແຫ່ງຊາດ