ດີໃຈນຳພະນັກງານລັດ ຈະໄດ້ອັດຕາຄ່າຄອງຊີບຂຶ້ນແລ້ວເດີ້

96

ອີງຕາມສະພາບທາງເສດຖະກິດທີ່ມີອັດຕາຄ່າຄອງຊີບນັບມື້ສູງຂຶ້ນ ເພື່ອເປັນການຊ່ວຍເຫຼືອພະນັກງານລັດຖະກອນ, ທະຫານຕຳຫຼວດ, ພະນັກງານບຳນານ ແລະເສຍອົງຄະ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 612/ຫສນຍ ລົງວັນທີ 25 ມີນາ 2024 ໃຫ້ທິດຊີ້ນໍາກ່ຽວກັບການຄົ້ນຄວ້າເງິນອຸດໜູນຄ່າຄອງຊີບຕື່ມຄົນລະ 150.000 ກີບຕໍ່ເດືອນເລີ່ມງວດທຳອິດຂອງປີ 2024 ນີ້ເປັນຕົ້ນໄປ.

ເນື້ອໃນຂອງແຈ້ງການໄດ້ລະບຸວ່າ: ເຫັນດີ ໃຫ້ສືບຕໍ່ຮັກສານະໂຍບາຍເງິນເດືອນ ແລະ ເງິນອຸດໜູນ ທີ່ໄດ້ປະຕິບັດມາແລ້ວ ໃນທ້າຍປີ 2023 ແລະ ເຫັນດີໃຫ້ເພີ່ມເງິນອຸດໜຸນຄ່າຄອງຊີບ ໃຫ້ພະນັກງານ-ລັດຖະກອນ, ທະຫານ,ຕຳຫຼວດ, ພະນັກງານບຳນານ ແລະ ຜູ້ເສຍອົງຄະ ໃນປີ 2024 ຕື່ມອີກ ຈຳນວນ 150.000 ກີບຕໍ່ເດືອນຕໍ່ຄົນ ເປັນເອກະພາບທັງໝົດ ໂດຍເລີ່ມປະຕິບັດ ໃນງວດ I ປີ 2024 ເປັນຕົ້ນໄປ.

No photo description available.
ມອບໃຫ້ ກະຊວງການເງິນ ເປັນເຈົ້າການສົມທົບກັບ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຮ່າງໜັງສືສະເໜີໃນນາມລັດຖະບານ ເພື່ອສະເໜີຄະນະປະຈຳສະພາແຫ່ງຊາດພິຈາລະນາຕົກລົງການຍົກເວັ້ນອາກອນລາຍໄດ້ ແລະ ປະກັນສັງຄົມ ຈາກການເພີ່ມເງິນອຸດໜູນດັ່ງກ່າວ ເປັນອັນສະເພາະ.

ພາຍຫຼັງຈັດຕັ້ງປະຕິບັດ 06 ເດືອນຕົ້ນປີ 2024 ມອບໃຫ້ ກະຊວງພາຍໃນ ຮີບຮ້ອນສົມທົບກັບ ກະຊວງການເງິນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ປະເມີນການຈັດຕັ້ງປະຕິບັດເງິນເດືອນ ແລະ ເງີນອຸດໜູນຜ່ານມາ ເພື່ອຄົ້ນຄວ້າມາດຕະການປັບປຸງດັດປັບດັດສະນີເງິນເດືອນໃນປີ 2025 ແລະ ໄລຍະຍາວໃຫ້ເໝາະສົມ ຕາມແຈ້ງການຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 143/ຫສນຍ, ລົງວັນທີ 28 ກັນຍາ2023 ແລ້ວລາຍງານລັດຖະບານ.

No photo description available.

ພ້ອມນີ້ໃນແຈ້ງການຍັງໄດ້ມອບໃຫ້ກະຊວງການເງິນ ສົມທົບກັບກະຊວງສຶກສາທິການ ແລະ ກິລາ ຮີບຮ້ອນຄິດໄລ່ແລະ ປະຕິບັດນະໂຍບາຍຄູອາສາສະໝັກ ຫຼື ສັນຍາຈ້າງ ຕາມມະຕິຕົກລົງ 09/ລບ ແລ້ວລາຍງານແຜນ ແລະ ຜົນການຈັດຕັ້ງປະຕິບັດຕໍ່ ລັດຖະບານດ່ວນ.