ສະພາແຫ່ງຊາດຫວຽດນາມ ຮັບຮອງເອົາມະຕິ ພົ້ນຕຳແໜ່ງປະທານປະເທດຂອງ ທ່ານ ຫວໍວັນເຖືອງ

128

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມລາຍງານວ່າ: ຕອນເຊົ້າວັນທີ 21 ມີນາ2024 ກອງປະຊຸມວິສາມັນຄັ້ງທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ດຳເນີນຢູ່ ຫໍສະພາແຫ່ງຊາດ ທີ່ນະຄອນຫລວງ ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງທ່ານເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ.

ທີ່ກອງປະຊຸມ,ບັນດາຜູ້ແທນໄດ້ຮັບຟັງບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບເລື່ອງຍົກເລີກການປະຕິບັດໜ້າທີ່ເປັນສະມາຊິກສະພາແຫ່ງຊາດ ຊຸດທີ XV ສຳລັບທ່ານ ເຈີນຕວນແອັງ ຂຶ້ນກັບຄະນະສະມາຊິກສະພາແຫ່ງຊາດ ແຂວງແຄງຮວ່າ, ພິຈາລະນາເລື່ອງພົ້ນຕຳແໜ່ງປະທານປະເທດ ສສ ຫວຽດນາມ ອາຍຸການ 2021 – 2026 ແລະ ຍົກເລີກການປະຕິບັດຫນ້າທີ່ເປັນສະມາຊິກສະພາແຫ່ງຊາດ ຊຸດທີ XV ສຳລັບ ທ່ານ ຫວໍວັນເຖືອງ ຂຶ້ນກັບ ຄະນະສະມາຊິກສະພາແຫ່ງຊາດ ນະຄອນດານັງ; ພິຈາລະນາເລື່ອງປົດໜ້າທີ່ເປັນສະມາຊິກສະພາແຫ່ງຊາດຊຸດທີ XV ສຳລັບ ທ່ານນາງ ຮວ່າງທິຖຸຍລານ ຂຶ້ນກັບຄະນະສະມາຊິກສະພາແຫ່ງຊາດ ແຂວງ ຫວິງຟຸກ.

ພາຍຫລັງໄດ້ຮັບຟັງການລາຍງານ,  ໃບສະເໜີ, ຄຳເຫັນຂອງທ່ານຫວໍວັນເຖືອງ, ສະພາແຫ່ງຊາດໄດ້ດຳເນີນການປຶກສາຫາລື, ປ່ອນບັດລັບ ແລະ ຮັບຮອງເອົາມະຕິກ່ຽວກັບການພົ້ນຕຳແໜ່ງປະທານປະເທດ ສສ ຫວຽດນາມ ອາຍຸການ 2021-2026 ແລະ ຍົກເລີກການປະຕິບັດຫນ້າທີ່ເປັນສະມາຊິກສະພາແຫ່ງຊາດ ຊຸດທີ XV ສຳລັບທ່ານ ຫວໍວັນເຖືອງ, ມະຕິກ່ຽວກັບການງົດຫນ້າທີ່ເປັນສະມາຊິກສະພາແຫ່ງຊາດຊຸດທີ XV ສຳລັບ ທ່ານ ນາງ ຮວ່າງທິຖຸຍລານ.

ພາຍຫຼັງອັດກອງປະຊຸມວິສາມັນຄັ້ງທີ 6, ສະພາແຫ່ງຊາດຊຸດທີ XV, ອີງໃສ່ລັດຖະທຳມະນູນຂອງປະເທດ ສສ ຫວຽດນາມ ແລະ ຂໍ້ກຳນົດຂອງກົດໝາຍກ່ຽວຂ້ອງ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກາດແຈ້ງການກ່ຽວກັບການປະຕິບັດສິດເປັນປະທານປະເທດ. ຕາມນັ້ນແລ້ວ, ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດ ໄດ້ດຳລົງເປັນຜູ້ຮັກສາການປະທານປະເທດນັບແຕ່ວັນທີ 21 ມີນາ ຈົນຮອດເວລາສະພາແຫ່ງຊາດ ເລືອກຕັ້ງປະທານປະເທດຄົນໃໝ່.