ລາວມີແຫຼ່ງຜະລິດໄຟຟ້າຈາກພະລັງງານນໍ້າກວມ 95%

133

ໃນ ສປປລາວເຮົາ ກ່ອນປະເທດຊາດໄດ້ຮັບການປົດປ່ອຍໃນປີ 1975 ວຽກງານພະລັງງານໄຟຟ້າ ແມ່ນມີລັກສະນະອ່ອນນ້ອຍ, ການພັດທະນາຂະແໜງການນິ້ ແມ່ນບໍ່ໄດ້ຮັບການເອົາໃສ່ ແລະ ບໍ່ມີການລົງທຶນເຂົ້າໃສ່ການພັດທະນາພໍເທົ່າໃດໃນເວລານັ້ນ, ທົ່ວປະເທດພວກເຮົາ ​ມີເຂື່ອນຜະລິດພະລັງງານໄຟຟ້າຂະໜາດ​ໃຫຍ່​ພຽງ​ແຕ່ 1 ​ແຫ່ງຄື: ​ເຂື່ອນ​​ໄຟຟ້າ​​ນ້ຳ​ງື່ມ 1 ຊຶ່ງ​ມີ​ກຳລັງ​ຕິດ​ຕັ້ງ​ພຽງ​ແຕ່ 30 ​ເມ​ກາ​ວັດ ແລະ ​ເຂື່ອນ​ໄຟຟ້າ​ຂະໜາດ​ນ້ອຍ 2 ​ແຫ່ງ ຄື: ​ເຂື່ອນ​ນ້ຳ​ດົງ ຢູ່​ແຂວງ​ຫຼວງ​ພະ​ບາງ ມີ​ກຳລັງ​ຕິດ​ຕັ້ງ​ 1 ​ເມ​ກາ​ວັດ ​ແລະ ເຂື່ອນ​​ເຊ​ລະບຳ ຢູ່​ແຂວງ​ຈຳປາສັກ ມີ​ກຳລັງ​ຕິດ​ຕັ້ງ​ 1 ​ເມ​ກາ​ວັດ. ນອກຈາກນີ້, ກໍມີເຄື່ອງຈັກປັ່ນໄຟຟ້າທີ່ໃຊ້ນໍ້າມັນຢູ່ບາງຕົວເມືອງໃຫຍ່ຈໍານວນໜຶ່ງ; ສັງລວມແລ້ວຢູ່ໃນທົ່ວປະເທດ, ປະຊາຊົນໄດ້​ຊົມ​ໃຊ້​ໄຟຟ້າ​ພຽງ​ແຕ່ 5 ຕົວ​ເມືອງໃຫຍ່ຄື : ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ຊຶ່ງມີພຽງແຕ່ປະມານ 19.000 ຄົວ​ເຮືອນ ຫຼື ເທົ່າກັບ 10% ​ເທົ່າ​ນັ້ນທີ່​ໄດ້ຊົມ​ໃຊ້​ໄຟຟ້າ.

May be an image of 4 people
ແນວໃດກໍ່ຕາມ ທ່ານ ວົງສະກຸນ ຍິ່ງຍົງ ເລຂາຄະນະພັກຮາກຖານ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ໄດ້ກ່າວວ່າ: ມາຮອດໄລຍະທີ່ພັກເຮົາ ໄດ້ລິເລີ່ມນຳພາການດຳເນີນການປ່ຽນແແປງໃໝ່ນັບແຕ່ປີ 1986 ເປັນຕົ້ນມາ, ພັກເຮົາໄດ້ວາງແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເພື່ອພັດທະນາປະເທດຊາດ ກ້າວຂຶ້ນຕາມທິດຍືນຍົງ ສູ່ຈຸດໝາຍສັງ
ຄົມນິຍົມ. ​ໃນ​ນີ້, ໄດ້ກໍານົດເອົາການພັດທະນາວຽກ​ງານພະລັງງານ ແລະ ບໍ່ແຮ່ ຊຶ່ງແມ່ນທ່າແຮງທີ່ສໍາຄັນຂອງ ສປປ ລາວ​ ​ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດແຫ່ງຊາດ ແນໃສ່ຈັດ​ສັນ​ ແລະ ​ນຳ​ໃຊ້ທ່າແຮງ​ແຫຼ່ງຊັບພະຍາກອນຂອງຊາດ ໃຫ້​ມີ​ປະສິດທິ​ຜົນ​ສູງສຸດ, ​ຕາມທິດພັດທະນາແບບ​​​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ແລະ ມີ​ລັກສະນະຍືນ​ຍົງ. ເພື່ອຜັນຂະຫຍາຍແນວທາງຂອງພັກ, ລັດເຮົາກໍໄດ້ວາງຍຸດ​ທະ​ສາດ​​​ເພື່ອ​ພັດທະນາອຸດສາຫະກໍາພະລັງງານໄຟຟ້າ ແມ່ນສຸມໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນ​ແຫຼ່ງນໍ້າທໍາມະຊາດທີ່ມີພາຍໃນປະເທດ ເພື່ອພັດທະນາເປັນແຫຼ່ງພະລັງງານໄຟຟ້າ ຮັບໃຊ້ການສະໜອງໄຟຟ້າໃຫ້ກັບພາຍໃນປະເທດ ແລະ ສົ່ງອອກຕ່າງປະເທດ, ບົນ​ພື້ນຖານ​ຮັບປະກັນ​ການ​ພັດທະນາ​ພະລັງງານ​ໄຟຟ້າ ​ແບບ​​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ຜະລິດພະລັງງານສະອາດ ແລະ ມີ​ລັກສະນະຍືນ​ຍົງ ຊຶ່ງປະກອບດ້ວຍ​ບັນດາ​ໂຄງການ,​ ແຜນ​ງານ​ໃຫຍ່ໆທີ່​ສຳຄັນ​, ​ເປັນ​ລະບົບຄົບ​ຊຸດ​, ມີທັງ​ໄລຍະ​ສັ້ນ, ​ໄລຍະ​ກາງ ​ແລະ ໄລຍະ​ຍາວ​​.

May be an image of 4 people and text
ພາຍຫຼັງ, ລັດຖະບານມີນະໂຍບາຍເປີດກວ້າງການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ມີນັກລົງທືນຈາກຫຼາຍປະເທດເລີ່ມຫັນເຂົ້າມາລົງທຶນຢູ່ ສປປ ລາວ ເປັນຈໍານວນຫຼາຍ ນັບທັງໃນຮູບແບບເອກະຊົນອິດສະຫຼະ (IPP) ອັນໄດ້ເຮັດໃຫ້ການພັດທະນາອຸດສາຫະກໍາພະລັງງານຢູ່ ສປປ ລາວ ຂະຫຍາຍຕົວດ້ວຍຈັງຫວະທີ່ໄວ ແລະ ບາງໄລຍະກໍມີລັກສະນະກ້າວກະໂດດ.

ມາຮອດປັດຈຸບັນນີ້, ທົ່ວປະເທດພວກເຮົາໄດ້ມີແຫຼ່ງຜະລິດພະລັງງານໄຟຟ້າ​ສະໜອງໄຟຂາຍເຂົ້າລະບົບຂອງ ລັດວິສາຫະກິດໄຟຟ້າລາວຈໍານວນ​ 97 ​ແຫ່ງ, ມີ​ກຳລັງ​ຕິດ​ຕັ້ງ​ທັງ​ໝົດ 4,499.46 MW, ໃນນັ້ນ, ເປັນແຫຼ່ງຜະລິດພະລັງ
ງານນໍ້າ ກວມເອົາປະມານ 95%, ພະລັງງານຄວາມຮ້ອນຖ່ານຫີນ ປະມານ 2,24% ແລະ 2,22% ແມ່ນມາຈາກພະລັງງານໄຟຟ້າແສງຕາເວັນ ແລະ ພະລັງງານຊີວະມວນຈໍານວນໜຶ່ງ.

May be an image of 1 person and text

ຄຽງຄູ່ກັນນັ້ນ, ກໍໄດ້ສຸມໃສ່ການລົງທຶນພັດທະນາລະບົບສາຍສົ່ງ-ສະຖານີໄຟຟ້າ ເພື່ອເຊື່ອມຈອດກັນໃນຂອບເຂດທົ່ວປະເທດ ແລະ ເຊື່ອມໂຍງກັບບັນດາປະເທດເພື່ອນບ້ານ. ມາຮອດປັດຈຸບັນ ລັດວິສາຫະກິດໄຟຟ້າລາວ ມີລະບົບສາຍສົ່ງໄຟຟ້າແຮງສູງລະດັບແຮງດັນ 230 kV ລວງຍາວທັງໝົດ 1.859 km/ວົງຈອນ ແລະ ລະບົບສາຍສົ່ງໄຟຟ້າ 115 kV ລວງຍາວທັງໝົດ 6.985 km/ວົງຈອນ. ລະບົບຕາຂ່າຍແຮງດັນກາງ 22 kV/35 kV ລວງຍາວທັງໝົດ 37.478 km/ວົງຈອນ. ລະບົບຕາຂ່າຍແຮງດັນຕໍ່າ 0.4 kV ລວງຍາວທັງໝົດ 22.378 km/ວົງຈອນ ແລະ ມີສະຖານີໄຟຟ້າແຮງສູງທັງໝົດ 80 ແຫ່ງ.

No photo description available.

ນອກຈາກນີ້, ລັດຖະບານຍັງໃຫ້ຄວາມສໍາຄັນຕໍ່ກັບວຽກງານການຂະຫຍາຍຕາໜ່າງໄຟຟ້າສູ່ເຂດຊົນນະບົດ, ເຂດພູດອຍ, ​ເຂດ​ພື້ນຖານ​ຂອງ​ການ​ປະຕິວັດ​ໃນ​ໄລຍະຕໍ່ສູ້ກູ້ຊາດ ເປັນການພັດທະນາບຸລິມະສິດ ບົນ​ພື້ນຖານ: ​ເອົາ​ການ​ພັດທະນາ ​ແລະ ຂະຫຍາຍ​ຕາໜ່າງ​ໄຟຟ້າ​ໄປ​ສູ່​ຊົນນະບົດ​ຕິດ​ພັນ​ກັບວຽການ​ກໍ່ສ້າງ​ຮາກຖານການ​ເມືອງ, ການ​ພັດທະນາ​ຊົນນະບົດ , ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ ແລະ ການເຮັດທົດລອງວຽກງານ 3 ສ້າງຢ່າງແໜ້ນແຟ້ນ ຊຶ່ງມາ​ຮອດ​ປັດຈຸບັນ​ນີ້, ຈໍານວນເມືອງມີໄຟຟ້າຊົມໃຊ້ແລ້ວກວມເອົາ 100%, ຈໍານວນບ້ານທີ່ມີໄຟຟ້າຊົມໃຊ້ແລ້ວກວມເອົາ 94,35% ແລະ ຈໍານວນຄອບຄົວທີ່ມີໄຟຟ້າຊົມໃຊ້ແລ້ວກວມເອົາ 95,78%.

May be an image of 2 people and people climbing
ສໍາລັບ​ການສົ່ງພະລັງງານໄຟຟ້າ ອອກໄປຈໍາໜ່າຍຕ່າງປະເທດໃນ 5 ປີຜ່ານມາ, ສາມາດບັນລຸໄດ້ 1,270 MW. ໃນນີ້, ສົ່ງອອກ: ໄປປະເທດໄທໃນຮູບແບບແລກປ່ຽນພະລັງງານປະມານ: 650 MW, ໄປປະເທດຈີນໃນຮູບແບບແລກປ່ຽນພະລັງງານປະມານ: 45 MW, ກໍາປູເຈຍ: 445 MW, ມຽນມາ 30 MW, ແລະ ສົ່ງຜ່ານໂຄງການ LTMS 100 MW.
​ຜົນສຳ​ເລັດຂອງການພັດທະນາວຽກງານພະລັງງານ​​ໄດ້​ສ້າງ​ພື້ນຖານ​ ທີ່​ສຳຄັນ​ໃຫ້​ແກ່​ການ​​ຫັນ​ຈາກ​ເສດຖະກິດ​ທຳ​ມະ​ຊາດ​ໄປ​ສູ່​ເສດຖະກິດ​ຜະລິດ​ເປັນສິນຄ້າ,ການ​ຫັນປ່ຽນ​ແບບ​ວິທີ​ການ​ຜະລິດ,ການ​ດຳລົງ​ຊີວິດ ​ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ​​ຂອງ​ປະຊາຊົນບັນດາ​ເຜົ່າ​ຢ່າງ​ຕັ້ງໜ້າ. ນອກຈາກນີ້, ການພັດທະນາໄຟຟ້າທົດແທນ ເປັນຕົ້ນການພັດທະນາໄຟຟ້າຈາກແສງຕາເວັນ, ພະລັງງານຊີວະມວນ, ພະລັງງານລົມ ແລະ ອື່ນໆກໍໄດ້ຮັບຄວາມເອົາໃຈໃສ່ຢ່າງຕັ້ງໜ້າ.

May be an image of 5 people and text

ສາມາດຢືນຢັນ​ໄດ້ວ່າ: ມາຮອດປັດຈຸບັນ, ຂະແໜງອຸດສາຫະກຳໄຟຟ້າຢູ່ ສປປ ລາວ ໄດ້ເປັນ​ຜູ້​ເຮັດບົດບາດທີ່​ສຳຄັນ​ ແລະ​ ມີ​ລັກສະນະ​ເປັນ​ພື້ນຖານ​ ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງຊາດ​​, ກາຍ​ເປັນ​ຂະ​ແໜງ​ເສດຖະກິດທີ່​ເຮັດບົດ​ບາດ​ເປັນ​ຜູ້ແກ້ໄຂຊ່ອງ​ທາງ​ໃນ​ລະບົບ​ເສດຖະກິດ​ແຫ່ງ​ຊາດ,​ ເປັນເຄື່ອງມືທີ່ສໍາຄັນໃນການມ້າງເສດຖະກິດ​ທຳ​ມະ​ຊາດ​,​ ເຄິ່ງທໍາມະຊາດ ໄປ​ສູ່ເປັນ​ເສດຖະກິດ​ຜະລິດ​ເປັນສິນຄ້າ, ນັບທັງການ​ຫັນປ່ຽນ​ແບບ​ວິທີ​ການ​ຜະລິດ, ການ​ດຳລົງ​ຊີວິດ ​ແລະ ການ​ແກ້​ໄຂ​ຄວາມທຸກ​ຍາກ​​ຂອງ​ປະຊາຊົນລາວ ບັນດາ​ເຜົ່າ​ຢ່າງ​ຕັ້ງໜ້າ. ພ້ອມນັ້ນ, ກໍສາມາດດູດດຶງການມາລົງທຶນຂອງຜູ້ປະກອບການ ແລະ ໄດ້ຮັບການສະໜັບສະໜູນຈາກເພື່ອນມິດ-ສາກົນຢ່າງໜັກແໜ້ນ, ກວ້າງຂວາງ.

ຂອບໃຈຂ່າວຈາກ ປະຊາຊົນ