ຈີນ ສົ່ງດາວທຽມການສື່ສານເສວ້ສຽວ – 2 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ

35

ເວລາ 8 ໂມງ 31 ນາທີ ຂອງວັນທີ 20 ມີນາ, ດາວທຽມການສື່ສານເສວ້ສຽວ – 2 ຂອງໂຄງການສຳຫຼວດດວງຈັນ ໄລຍະທີ 4 ໄດ້ຖືກສົ່ງຂຶ້ນສູ່ອະວະກາດຢ່າງສຳເລັດຜົນດ້ວຍຈະຫຼວດສົ່ງຍານຊາງເຈິ່ງ 8 Yao – 3 ຈາກສູນສົ່ງຍານອະວະກາດເວີນຊ່າງຂອງຈີນ.

ດາວທຽມການສື່ສານເສວ້ ສຽວ – 2 ຖືເປັນ “ ຂັ້ນຕອນທີ່ສຳຄັນ ” ໃນພາລະກິດໂຄງການສຳຫຼວດດວງຈັນໄລຍະທີ 4 ເຊິ່ງຈະສ້າງ “ ຂົວຕໍ່ ” ໃໝ່ລະຫວ່າງໜ່ວຍໂລກ ກັບ ດວງຈັນ ເພື່ອສະໜອງການສື່ສານລະຫວ່າງໜ່ວຍໂລກ ກັບດວງຈັນໃຫ້ຍານອະວະກາດຊາງເອີເລກ 4, ເລກ 6 ແລະອື່ນໆ.

ພາລະກິດເທື່ອນີ້ແມ່ນການບິນເທື່ອທີ 512 ຂອງຈະຫຼວດສົ່ງຍານອະຍະກາດລະບົບຊາງເຈິ່ງ.