ຊື້ສິນຄ້າຊິ້, ຜະລິດຕະພັນໝູ ແລະໄກ່ລາຄາຖືກກວ່າຕະຫຼາດໄປແວ່ຫາໄດ້ທີ່ນີ້

91

ແນໃສ່ແບ່ງເບົາຜູ້ບໍລິໂພກພາຍໃນນະຄອນຫຼວງວຽງຈັນໃນທ່າມກາງເສດຖະກິດບໍ່ດີ, ລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ຮ່ວມກັບບໍລິສັດຊີພີລາວ ຈຳກັດ ໄດ້ເປີດໂຄງການສິນຄ້າທຸງຟ້າລາ ຄາປະຢັດຊ່ວຍປະຊາຊົນຫຼຸດຜ່ອນຄ່າຄອງຊີບ ໃນວັນທີ 20 ມີນາ 2024 ທີ່ລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ.

May be an image of 9 people and text
ທ່ານ ຄຳຫຼ້າ ແສງດາວົງ ຜູ້ອຳນວຍການລັດວິສາຫະ ກິດສະບຽງອາຫານ ນະຄອນຫຼວງວຽງຈັນໄດ້ກ່າວໃນພິທີວ່າ: ໂດຍໄດ້ຮັບທິດຊີ້ນໍາຈາກຂັ້ນ ເທີງ ໂດຍສະເພາະການຈັດຕັ້ງວາລະແຫ່ງຊາດວ່າດ້ວຍການແກ້ໄຂທາງດ້ານເສດຖະກິດ-ການເງິນ ກໍຄື ການສົ່ງເສີມການຜະລິດພາຍ ໃນເພື່ອຫຼຸດຜ່ອນການນຳເຂົ້າ. ສະນັ້ນ, ສອງບໍລິສັດຈຶ່ງໄດ້ເປີດໂຄງການນີ້ຂຶ້ນເພື່ອຊ່ວຍຫຼຸດຜ່ອນຄ່າຄອງຊີບໃຫ້ແກ່ຊາວນະຄອນຫຼວງວຽງຈັນໂດຍສະເພາະຜູ້ທີ່ມີລາຍໄດ້ໜ້ອຍ.

May be an image of map and text
ໃນນີ້ມີຊີ້ນໝູ ແລະ ຜະລິດຕະພັນຊີ້ນໝູຂອງບໍລິສັດຊີພີລາວ ຈຳ ກັດ ໄດ້ນຳມາຈາກໂຮງງານຂ້າສັດທັນສະໄໝດອນດູ່ ໂດຍມີລາຄາຖືກກວ່າລາຄາທ້ອງຕະ ຫຼາດທົ່ວໄປ ມີສິນຄ້າຫຼາຍກວ່າ 30 ລາຍການໃຫ້ເລືອກຊື້ເຊັ່ນ: ຊີ້ນໝູ, ໄກ່, ໄຂ່ ຜະລິດຕະພັນຊີ້ນໝູຕ່າງໆ ຊີ້ນໝູລາຄາເລີ່ມຕົ້ນ 45.000-70.000 ກີບຕໍ່ໂລ, ໄຂ່ລາຄາເລີ່ມຕົ້ນ 51.000-60.000 ກີບຕໍ່ແຕະ ນອກຈາກນີ້ຍັງມີສິນຄ້າອື່ນໆອີກທີ່ລາຄາຖືກກວ່າຕະຫຼາດທົ່ວໄປ.

May be an image of 6 people and text

ໂຄງການດັ່ງກ່າວເລີ່ມຂາຍວັນທີ 19-31 ມີນານີ້ ຈາກນັ້ນກໍຈະສືບຕໍ່ຂາຍຮອດວັນທີ 12 ເມສາ 2024 ແລະ ຈະສືບຕໍ່ຂາຍໄປເລື້ອຍໆ ສະນັ້ນເຊີນຊວນປະຊາຊົນຊາວນະຄອນຫຼວງວຽງຈັນ ທີ່ມີຄວາມສົນໃຈສາມາດມາເລືອກຊື້ໄດ້ທີ່ລັດວິສາຫະກິດສະບຽງອາຫານນະຄອນຫຼວງ ຕັ້ງຢູ່ບ້ານສີຫອມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

May be an image of 4 people and text that says 'Meat'
ທີ່ມາ: ວຽງຈັນໃຫມ່.