ອີຢູ ຈະສະໜອງເງິນກວ່າ 8,3 ຕື້ໂດລາ ໃນວຽກງານມະນຸດສະທຳ

2815

ທ່ານນາງ Janez Lenarcic ກຳມະການສະຫະພາບເອີຣົບ ຫຼື  EU ຮັບຜິດຊອບການໜູນຊ່ວຍດ້ານມະນຸດສະທຳ ແລະ ຄວບຄຸມວິກິດການ ໃຫ້ຮູ້ວ່າ: ບ້ວງເງິນນີ້ ແມ່ນຄົງທີ່ ແຕ່ EU ອາດຈະສະໜັບສະໜູນຫຼາຍກວ່ານັ້ນ.

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມລາຍງານວ່າ: ວັນທີ 18 ມີນາ ສະຫະພາບເອີລົບ (EU) ໄດ້ໃຫ້ຄຳໝັ້ນສັນຍາ ສະໜອງເງິນກວ່າ 8,3 ຕື້ໂດລາສະຫະລັດ ເພື່ອໜູນຊ່ວຍດ້ານມະນຸດສະທຳໃນປີ 2024 ຕ່ຳກວ່າເມື່ອທຽບໃສ່ກັບປີ 2023, ເຖິງວ່າຄວາມຕ້ອງການພວມເພີ່ມຂຶ້ນຢ່າງແຮງ ຢູ່ເຂດກາຊາ ແລະ ຫຼາຍສະຖານທີ່ໃນໂລກ.

ທ່ານ ນາງ Janez Lenarcic ກຳມະການ EU ຮັບຜິດຊອບການໜູນຊ່ວຍດ້ານມະນຸດສະທຳ ແລະ ຄວບຄຸມວິກິດການ  ກ່າວຄຳເຫັນໄຂກອງປະຊຸມມະນຸດສະທຳຢູ່ ບຣຸກແຊນ ປະເທດ ແບນຊິກວ່າ:  ບ້ວງເງິນນີ້ ແມ່ນຄົງທີ່ ແຕ່ EU ອາດຈະສະໜັບສະໜູນຫຼາຍກວ່ານັ້ນ. ປີ 2023, ຈຳນວນເງິນທີ່ບັນດາປະເທດ ສະມາຊິກ EU ແລະ ຄະນະກຳມະການ ເອີຣົບ (EC) ໃຫ້ຄຳໝັ້ນສັນຍາຈະສະໜອງເງິນທັງໝົດ ແມ່ນ 8,4 ຕື້ເອີໂຣ.

ໃນຂະນະນັ້ນ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງຂອງ EU ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ເນັ້ນໜັກວ່າ ປັດຈຸບັນມີຫຼາຍຄົນຕ້ອງການຊ່ວຍເຫຼືອຢ່າງຮີບດ່ວນ ແລະ ນີ້ແມ່ນຕົວເລກສູງທີ່ບໍ່ເຄີຍມີມາກ່ອນ. ທ່ານໃຫ້ຮູ້ວ່າສະພາບການຢູ່ເຂດ ກາຊາ ມີຄວາມຮ້າຍແຮງພິເສດ. ປະຊາຊົນຢູ່ເຂດນີ້ພວມຕົກເຂົ້າສູ່ສະພາບອຶດຫິວທຸກຍາກຢ່າງແທ້ຈິງ.