ຜຽນເມືອງແກ່ນທ້າວແລ້ວ ໂອກາດລ່າເງິນວອນຕາມລະດູການ

57

ການໄປເຮັດວຽກຢູເກົາຫຼີ ຈະເປັນລະດູການ ຫຼື ໄປໃນລະຍະຍາວ ລ້ວນຢູ່ໃນໃຈຂອງໃຜຫຼາຍຄົນ ເຖິງຈະຮູ້ວ່າ ເຮັດວຽກຕ້ອງໜັກສົມຄ່າແຮງງານ ແຕ່ກໍຍັງຢາກໄປຢູ່ດີໃນທ່າມກາງເຂົ້າຍາກໝາແພງ ເສດຖະກິດບໍ່ດີແບບນີ້ ແຕ່ປະຈຸບັນນີ້ແມ່ນລັດຖະບານຈະຮັບເປັນແຕ່ລະເມືອງໄປ ຖ້າຍັງບໍ່ທັນຮອດຂອງໃຜກໍ່ອົດໃຈລໍເດີ້ທຸກຄົນ.

May be an image of 5 people and people studying
ຕາມລາຍງານຂ່າວຈາກທ້ອງຖິ່ນໃນວັນທີ 18 ມີນາ ຜ່ານມາ ທີ່ຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ສຳພາດແຮງງານໄປເຮັດວຽກຕາມລະດູການຢູ່ເມືອງພຽງຊັງ ແຂວງຄັງວອນ ສ ເກົາຫຼີ ໂດຍມີທ່ານ ໜູພອນ ໄຊປັນຍາຈິດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ, ທ່ານ ສົມຫວັງ ພຸດທະສັກ ຫົວໜ້າຫ້ອງການ ຮສສ ເມືອງ ພ້ອມດ້ວຍທີມງານແຂວງ, ຮອງຫົວໜ້າຫ້ອງການ, ພະນັກງານບໍລິສັດຈັດຫາງານ ແລະ ແຮງງານທີ່ມາສໍາພາດເຂົ້າຮ່ວມ. ທັງນີ້ເພື່ອເປັນການກະກຽມຄວາມພ້ອມ ແລະ ຮັບປະກັນໃຫ້ແກ່ການຄັດເລືອກແຮງງານທີ່ມີຄຸນນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງນາຍຈ້າງ.

May be an image of 1 person
ສໍາລັບເມືອງແກ່ນທ້າວຕ້ອງການແຮງງານໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ຊຸດນີ້ມີທັງໝົດ 70 ຄົນ ຍິງ 25 ຄົນ ໂດຍມີເງື່ອນໄຂຄື: ເປັນພົນລະເມືອງລາວ ແລະ ອາໄສຢູ່ເມືອງແກ່ນທ້າວ ຢ່າງໜ້ອຍ 1 ປີ, ເພດຊາຍ ແລະ ຍິງ ອາຍຸ 25-45 ປີ, ເປັນຜູ້ປະກອບອາຊີບໃນຂະແໜງກະສິກໍາເຊັ່ນ: ເຮັດໄຮ່, ເຮັດນາ, ເຮັດສວນເປັນພື້ນຖານໃນການດໍາລົງຊີວິດ, ມີສຸຂະພາບແຂງແຮງ, ບໍ່ມີຄະດີ, ຈົບການສຶກສາຂັ້ນປະຖົມສຶກສາຂຶ້ນໄປ ສາມາດຊໍາລະຄ່າໃຊ້ຈ່າຍດ້ວຍຕົນເອງ, ຕ້ອງມີໂທລະສັບສະມາດໂຟນ ເພື່ອລົງທະບຽນຢູ່ ສ ເກົາຫຼີ.

May be an image of 8 people, people studying and table
ຂ່າວ-ພາບ: ແກ່ນທ້າວ