ຜູ້ນຳສູງສຸດຂອງລາວສົ່ງສານສະແດງຄວາມຊົມເຊີຍຕໍ່ປະທານາທິບໍດີແຫ່ງສະຫະພັນ ຣັດເຊຍ

67

ໃນວັນທີ 18 ມີນາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍ ເຖິງທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ໃນໂອກາດ ໄດ້ຖືກເລືອກຕັ້ງ ໃຫ້ສືບຕໍ່ດໍາລົງຕໍາແໜ່ງເປັນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ອີກໜຶ່ງສະໄໝ.

May be an image of 1 person
ເນື້ອໃນສານຳໄດ້ລະບຸວ່າ: ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງ ທ່ານ ທີ່ໄດ້ຮັບໄຊຊະນະຢ່າງຖ້ວມທົ້ນໃນການເລືອກຕັ້ງ ແລະ ສືບຕໍ່ດໍາລົງຕໍາແໜ່ງເປັນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ອີກໜຶ່ງສະໄໝ. ຜົນການເລືອກຕັ້ງຄັ້ງນີ້ ໄດ້ເປັນສິ່ງຢັ້ງຢືນຢ່າງມີຊີວິດຊີວາເຖິງ ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນ ຣັດເຊຍ ຕໍ່ຄວາມສາມາດ ແລະ ສະຫລຽວສະຫລາດ ໃນການເປັນຜູ້ນຳ ຂອງທ່ານ.

May be an image of 1 person
ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນປີຊາສາມາດຂອງ ທ່ານ,​ ຣັດເຊຍ ຈະສືບຕໍ່ໄດ້ຮັບການພັດທະນາ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ຂ້າພະເຈົ້າ ມີຄວາມປິຕິຍິນດີ ເຮັດວຽກຮ່ວມກັບ ທ່ານ ຢ່າງໃກ້ຊິດ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ, ຄວາມເຂົ້າອົກເຂົ້າໃຈ, ໄວ້ເນື້ອເຊື່ອໃຈ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດຂອງພວກເຮົາ.

May be an image of 1 person and text
ຂ້າພະເຈົ້າ ຂໍຖືໂອກາດອັນມີຄວາມໝາຍສຳຄັນນີ້ ອວຍພອນໄຊອັນປະເສີດ ມາຍັງທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນມີກຽດສູງສົ່ງຂອງທ່ານ.