ເດືອນທຳອິດຂອງປີ 2024 ລາວຂາດດູນການຄ້າກັບຕ່າງປະເທດ 188 ລ້ານໂດລາ

372

ໃນເດືອນມັງກອນ 2024, ສປປ ລາວ ສົ່ງອອກສິນຄ້າທັງໝົດ ມູນຄ່າປະມານ 561 ລ້ານໂດລາສະຫະລັດ ຂະນະທີ່ມູນຄ່າການນຳເຂົ້າສິນຄ້າມີຫຼາຍເຖິງ 749 ລ້ານໂດລາສະຫະລັດ ສປປ ລາວເຮົາຂາດດຸນການຄ້າ 188 ລ້ານໂດລາສະຫະລັດ ແນວໃດກໍ່ຕາມ ໃນນີ້ ຍັງບໍ່ລວມການສົ່ງອອກ-ນຳເຂົ້າໄຟຟ້າ.

No photo description available.
ຕາມການເປີດເຜີຍຈາກສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງສປປ ລາວ ໃຫ້ຮູ້ວ່າ: ສິນຄ້າສົ່ງອອກຫລັກ 10 ອັນດັບ ປະກອບມີ: ມັນຕົ້ນ 94 ລ້ານໂດລາສະຫະລັດ, ແຮ່ທອງ 44 ລ້ານໂດລາສະຫະລັດ, ຄໍາປະສົມ, ຄຳແທ່ງ 44 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 39 ລ້ານໂດລາສະຫະລັດ, ແປ້ງມັນຕົ້ນ 33 ລ້ານໂດລາສະຫະລັດ, ຢາງພາລາ 32 ລ້ານໂດລາສະຫະລັດ, ນໍ້າຕານ 27 ລ້ານໂດລາສະຫະລັດ, ແຮ່ເຫລັກ 24 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 21 ລ້ານໂດລາສະຫະລັດ ແລະ ໝາກກ້ວຍ 21 ລ້ານໂດລາສະຫະລັດ.

May be a graphic of map and text

ໃນນີ້ເຮົາມີຕະຫຼາດສົ່ງອອກຫຼັກໆ 5 ປະເທດຄື  ສປ ຈີນ ປະມານ 198 ລ້ານໂດລາສະຫະລັດ, ໄທ ປະມານ 134 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 129 ລ້ານໂດລາສະຫະລັດ, ອົດຕຣາລີ ປະມານ 32 ລ້ານໂດລາສະຫະລັດ ແລະ ສະຫະລັດ ອາເມລິກາ ປະມານ 13 ລ້ານໂດລາສະຫະລັດ.

No photo description available.
ສ່ວນມູນຄ່າ ການນໍາເຂົ້າສິນຄ້າສ່ວນທີ່ກວມເອົາສັດສ່ວນຫຼາຍທີ່ສຸດຍັງແມ່ນ ນ້ຳມັນກາຊວນ 95 ລ້ານໂດລາສະຫະລັດ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 64 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 62 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) 53 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 34 ລ້ານໂດລາສະຫະລັດ, ເຫລັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫລັກກ້າ 33 ລ້ານໂດລາສະຫະລັດ, ໄມ້ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍໄມ້ 31 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ) 24 ລ້ານໂດລາສະຫະລັດ, ນໍ້າຕານ 23 ລ້ານໂດລາສະຫະລັດ ແລະ ຊິ້ນສ່ວນອາໄຫລ່ລົດ (ລວມທັງຢາງ, ແວ່ນ, ໂສ້) 23 ລ້ານໂດລາສະຫະລັດ.

May be a graphic of text

ໂດຍການນຳເຂົ້າສິນຄ້າຈາກຕ່າງປະເທດເຂົ້າມາ ລາຊະອານາຈັກໄທຍັງແມ່ນໝາຍເລກ1 ມີມູນຄ່າປະມານ 309 ລ້ານໂດລາສະຫະລັດ, ຈີນປະມານ 298 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 53 ລ້ານໂດລາສະຫະລັດ, ສ ອາເມລິກາ 17 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 10 ລ້ານ ໂດລາສະຫະລັດ.