ທ່ານ ສັນຕິພາບ ພົມວິຫານ ເຄື່ອນໄຫວຊຸກຍູ້ວຽກງານຢູ່ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ

127

ໃນໂອກາດທີ່ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄໍາມ່ວນລະຫວ່າງວັນທີ 13-14 ມີນາ 2024 ນີ້ ທ່ານ ລັດຖະມົນຕີກະຊວງການເງິນ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ, ຢູ່ທີ່ບ້ານດົງໃຕ້, ເມືອງ ທ່າແຂກ ໂດຍການພາທາງຂອງ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ ຮ່ວມຕິດຕາມ.

May be an image of 9 people
ທ່ານ ໂຖງຢົງເຫີງ ຜູ້ອໍານວຍການ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ໃຫ້ຮູ້ວ່າ: ປະຈຸບັນ ຊີໂນ-ອາກຣີ ໂປຕາສກໍາລັງຂະຫຍາຍການຜະລິດຝຸ່ນໂປຕາສໃຫ້ບັນລຸ 3 ລ້ານໂຕນ/ປີ, ໃນປີ 2025 ຈະບັນລຸ 5 ລ້ານໂຕນ/ປີ ແລະ ຕາມແຜນການໄລຍະຍາວໃຫ້ບັນລຸ 7-10 ລ້ານໂຕນ/ປີ, ເພື່ອຕອບສະໜອງການບໍລິການຜະລິດຕະພັນທີ່ມີຄຸນນະພາບສູງໃຫ້ແກ່ອາຊີ ແລະ ທົ່ວໂລກ, ບໍລິສັດຍັງໄດ້ຈັດຕັ້ງດຳເນີນຫຼາກຫຼາຍກິດຈະກຳ ວິສາຫະກິດ ເພື່ອເສີມສ້າງທີມງານທີ່ສາມັກຄີກົມກຽວ ເພື່ອພ້ອມກັນພະຍາຍາມສູ້ຊົນໃຫ້ບັນລຸຄາດໝາຍໂຄງການປອດໄພ, ສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະ ພັດທະນາຍືນຍົງ.

May be an image of 4 people and text

ນອກນີ້ໃນເຂດດັ່ງກ່າວຍັງຈະໄດ້ສ້າງເປັນນິຄົມອຸດສາຫະກຳໝູນວຽນອັດສະລິຍະ ອາຊີໂປຕາສ ສາກົນ ໂດຍຈະແບ່ງອອກເປັນ 3 ພາກສ່ວນໃຫຍ່ຄື: ສວນອຸດສາຫະກຳໂປຕາສ, ສວນອຸດສາຫະກຳອະໂປຕາສ ແລະ ເມືອງອັດສະລິຍະ, ມີເນື້ອທີ່ລວມປະມານ 2.000 ເຮັກຕາ, ຄາດຄະເນການລົງທຶນທັງໝົດ 4,31 ຕື້ໂດລາສະຫະລັດ. ພອມນີ້ທ່ານຜູ້ອໍານວຍການບໍລິສັດຍັງໄດ້ມີຄໍາສະເໜີມາຍັງທ່ານລັດຖະມົນຕີ ຜ່ານໄປຍັງລັດຖະບານຊ່ວຍພິຈາລະນານະໂຍບາຍສົ່ງເສີມການລົງທຶນ ໃຫ້ແກ່ນິຄົມອຸດສາຫະກຳ ເພື່ອສ້າງໂອກາດ ແລະ ຄວາມໜັ້ນໃຈໃຫ້ແກ່ວິສາຫະກິດທີ່ຈະມາລົງທຶນໃນເຂດດັ່ງກ່າວ.

May be an image of 11 people
ໃນໂອກາດນີ້ ທ່ານລັດຖະມົນຕີກະຊວງການເງິນ ໄດ້ມີຄໍາເຫັນ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວດຳເນີນທຸລະກິດຂອງບໍລິສັດ ເຊິ່ງຖືໄດ້ວ່າບໍລິສັດຊີໂນ-ອາກຣີ ເປັນການລົງທຶນທີ່ມະຫາສານ, ເປັນການລົງທຶນທີ່ມາດຕະຖານຮັບປະກັນທາງດ້ານ ມາດຕະຖານຂອງຮັກສາຄວາມເປັນຕົ້ນແບບໃນການລົງທຶນ, ສະພາບແວດລ້ອມ, ການຊ່ວຍເຫຼືອຊຸມຊົນ, ການຍູ້ແຮງເສດຖະກິດທ້ອງຖິ່ນກໍ່ຄືຊຸກຍູ້ເສດຖະກິດຂອງ ສປປ ລາວ ໃຫ້ຂະຫຍາຍຕົວ, ພ້ອມນີ້ ໃຫ້ບໍລິສັດສືບຕໍ່ເອົາໃຈໃສ່ພັດທະນາຈັດຕັ້ງປະຕິບັດບັນດາກິດຈະກຳໃນເຂດນິຄົມອຸດສາຫະກຳໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້, ຄຽງຄູ່ກັນນັ້ນໃຫ້ສືບຕໍ່ຮັກສາການລົງທຶນ ຮັບປະກັນຄຸນນະພາບ ແລະ ມາດຕະຖານການລົງທຶນ, ການປົກປັກຮັກສາສິ່ງແວດລ້ອມ ເພື່ອກາຍເປັນຕົວແບບທີ່ດີແກ່ການພັດທະນາໃນເຂດອື່ນໆ, ສຳລັບບັນຫາທີ່ທາງບໍລິສັດສະເໜີ ລວມເຖິງດ້ານນະໂຍບາຍຕ່າງໆ ແມ່ນຈະໄດ້ນຳໄປຄົ້ນຄວ້າຊອກຫາວິທີທາງແກ້ໄຂຢ່າງ ເໝາະສົມໃນຕໍ່ໜ້າ.