ເລີ່ມນຳໃຊ້ແລ້ວ ເວັບໄຊ https://laotradestat.moic.gov.la ສູນລວມຂໍ້ມູນສະຖິຕິການຄ້າຕ່າງປະເທດ

154

ກະຊວງອຸດສາຫະກໍາ ແລະ ການຄ້າ ນໍາສະເໜີເວັບໄຊ https://laotradestat.moic.gov.la ຢ່າງເປັນທາງການໃນວັນທີ 15 ມີນາ 2024 ທີ່ໂຮງແຮມ ເມືອງແທັງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ປອ.ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ມີບັນດາທ່ານຫົວໜ້າກົມ, ຜູ້ຕາງໜ້າທ່ານທູດປະຈໍາລາວ, ອົງການຈັດຕັ້ງສາກົນ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ຕາງໜ້າຈາກພາກທຸລະກິດທີ່ກ່ຽວຂ້ອງເຂົ້າຮ່ວມ.

No description available.
ທ່ານ ນາງ ມະນີວອນ ວົງໄຊ ຫົວໜ້າກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ: ກົມການຄ້າຕ່າງປະເທດໄດ້ເລີ່ມມີການພັດທະນາລະບົບເກັບກໍາ ແລະ ລາຍງານສະຖິຕິການນໍາເຂົ້າ ແລະ ສົ່ງອອກແຕ່ປີ 2009 ໂດຍໄດ້ເລີ່ມຈາກໂປຣແກຣມ Acess ທີ່ສາມາດນໍາໃຊ້ໄດ້ສະເພາະຄອມທີ່ຕິດຕັ້ງລະບົບດັ່ງກ່າວ. ຈາກນັ້ນໃນປີ 2015 ກົມການຄ້າຕ່າງປະເທດກໍໄດ້ຮັບໂຄງ ການຄົ້ນຄວ້າວິທະຍາສາດ ຈາກສະພາວິທະຍາສາດແຫ່ງຊາດ ເຊິ່ງໄດ້ພັດທະນາ ເປັນລະບົບ Intranet ທີ່ສາມາດນໍາໃຊ້ໄດ້ສະເພາະຢູ່ກະຊວງອຸດສາຫະກໍາເທົ່ານັ້ນ.

No description available.
ທ່ານຫົວໜ້າກົມ ກ່າວອີກວ່າ: ເຫັນໄດ້ເຖິງຄວາມຈໍາເປັນໃນການຊົມໃຊ້ຂໍ້ມູນສະຖິຕິການຄ້າຕ່າງ ປະເທດຢ່າງກວ້າງຂວາງ ໃນປັດຈຸບັນ ທັງເປັນການຫຼຸດຜ່ອນການອອກໃບອະນຸຍາດການນໍາເຂົ້າ ແລະ ສົ່ງອອກສິນຄ້າ ທີ່ໃຫ້ເຫດຜົນໃນການເກັບກໍາສະຖິຕິ, ໃນທ້າຍປີ 2019 ກົມການຄ້າຕ່າງປະເທດຈິ່ງໄດ້ສະເໜີ ແລະ ໄດ້ຮັບອະນຸມັດໂຄງການພັດທະນາລະບົບສະຖິຕິການຄ້າຕ່າງປະເທດແບບອອນລາຍ ແລະ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບກົມພາສີ ເພື່ອເຊື່ອມຕໍ່ລະບົບ Asycuda ໃນການດຶງຂໍ້ມູນແບບອັດຕະໂນມັດ.

No description available.
ສໍາລັບລະບົບສະຖິຕິການຄ້າຕ່າງປະເທດເປັນລະບົບລາຍງານສະຖິຕິການນໍາເຂົ້າ-ສົ່ງອອກ ແລະ ຄັງແຮສິນຄ້າ ເພື່ອໃຫ້ຜູ້ຊົມໃຊ້ສາມາດເຂົ້າເຖິງຂໍ້ມູນສະຖິຕິໄດ້ຢ່າງງ່າຍດາຍ ມີທັງພາສາລາວ ແລະ ພາສາອັງກິດ; ສາມາດຄົ້ນຫາສະຖິຕິການນໍາເຂົ້າ-ສົ່ງອອກຜ່ານແດນໄດ້ຕາມຕ້ອງການ; ມີການສະຫຼຸບລາຍການສິນຄ້າເປັນໄລຍະໃຫ້ຮັບຮູ້; ລະບົບຍັງມີຂໍ້ມູນສະຖິຕິເປັນລາຍລະອຽດຕ່າງໆ; ເປັນກຸ່ມສິນຄ້າ ເປັນປະເທດ ຫຼື ລາຍງານຕາມແຕ່ລະດ່ານຕາມຮູບແບບການຂົນສົ່ງ ທຸກຕາຕະລາງສະຖິຕິທີ່ທ່ານຄົ້ນຫາສາມາດດາວໂຫຼດເປັນຟາຍເອັກເຊວໄດ້.

No description available.
ໂອກາດດັ່ງກ່າວ, ທ່ານ ປອ.ມະໂນທອງ ວົງໄຊ ໄດ້ມີຄໍາເຫັນໂອ້ລົມ ມີບາງຕອນວ່າ: ສະຖິຕິການຄ້າຕ່າງປະເທດ ຫຼື ສະຖິຕິການນໍາເຂົ້າ-ສົ່ງອອກແມ່ນມີຄວາມສໍາຄັນຫຼາຍໃນການຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດແຜນການນໍາເຂົ້າ ແລະ ສົ່ງອອກທີ່ສະພາແຫ່ງຊາດໄດ້ຮັບຮອງແຕ່ລະໄລຍະ, ເປັນຂໍ້ມູນພື້ນຖານທີ່ສໍາຄັນໃນການສ້າງແຜນຍຸດທະສາດ, ນະໂຍບາຍການນໍາເຂົ້າ-ສົ່ງອອກ, ດຸນດ່ຽງເສດຖະກິດມະຫາພາກ ແລະ ການເຈລະຈາການຄ້າກັບບັນດາປະເທດຄູ່ຄ້າ. ຂໍເຊີນຊວນບັນດາທ່ານ ຈົ່ງໝູນໃຊ້ລະບົບສະຖິຕິການຄ້າຕ່າງປະເທດດັ່ງກ່າວເຂົ້າໃນວຽກງານສຶກສາຄົ້ນຄວ້າ ເພື່ອນໍາຜົນປະໂຫຍດສູງສຸດມາສູ່ອົງກອນຂອງຕົນກໍຄືປະເທດຊາດ.