ກະກຽມຍົກລະດັບ ດ່ານບ້ານວັງ ເມືອງໝື່ນ ເປັນດ່ານສາກົນ

21

ກອງປະຊຸມຮ່ວມຄະນະຮັບຜິດຊອບຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອຊຸກຍູ້ການຍົກລະດັບດ່ານທ້ອງຖິ່ນບ້ານວັງ ເມືອງໝື່ນ ແຂວງວຽງຈັນ ຂຶ້ນເປັນດ່ານສາກົນ ຈັດຂຶ້ນໃນວັນທີ 12 ມີນາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີ ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ, ມີຄະນະກຳມະການຂັ້ນສູນກາງ, ຄະນະກຳມະການຂັ້ນແຂວງ, ເຈົ້າຂອງໂຄງການ ແລະ ຜູ້ຮັບເໝົາກໍ່ສ້າງເຂົ້າຮ່ວມ.

ທ່ານ ສີວຽງໄຊ ອໍລະບູນ ຫົວໜ້າຫ້ອງວ່າການແຂວງ ວຽງຈັນ ໄດ້ລາຍງານສະພາບໂດຍລວມ ກ່ຽວກັບການພັດທະນາ ແລະ ຍົກລະດັບດ່ານທ້ອງຖິ່ນບ້ານວັງ ເປັນດ່ານສາກົນ ວ່າ: ພາຍຫຼັງທີ່ໄດ້ຮັບການເຫັນດີໃຫ້ ແຂວງວຽງຈັນ ດຳເນີນການກໍ່ສ້າງດ່ານບ້ານວັງ ຄະນະຮັບຜິດຊອບ ກໍໄດ້ຮີບຮ້ອນດຳເນີນການກໍ່ສ້າງ ປັບປຸງພື້ນຖານໂຄງລ່າງຕາມເງື່ນໄຂ ແລະ ມາດຖານທີ່ກຳນົດໄວ້; ໄດ້ລົງຕິດຕາມຄວາມຄືບໜ້າ ສາມາດຕີລາຄາໄດ້ 75% ທາງດ້ານພື້ນຖານໂຄງລ່າງໃນຈຳນວນທັງໝົດ 15 ມາດຖານ ຕາມດຳລັດ 558/ລບ ລົງວັນທີ 31 ທັນວາ 2018 ສາມາດແຍກໄດ້ມາດຖານທີ່ສຳເລັດ ເພື່ອຮອງຮັບການບໍລິການແຂກຕ່າງບ້ານ ແລະ ປະຊາຊົນໃນປະເທດໄດ້ເຖິງ 10 ມາດຖານ ແລະ ຍັງອີກ 5 ມາດຖານ ແມ່ນໄດ້ຮີບສືບຕໍ່ປັບປຸງດຳເນີນການກໍ່ສ້າງເປັນປົກກະຕິ, ເນື້ອທີ່ເຂດບໍລິເວນດ່ານ ລວມມີ 10,8 ເຮັກຕາ ປັດຈຸບັນສຳເລັດແລ້ວ 6,8 ເຮັກຕາ.


ໃນກອງປະຊຸມມີຄວາມເປັນເອກະພາບໃຫ້ຍົກລະດັບດ່ານທ້ອງຖິ່ນບ້ານວັງ ເມືອງໝື່ນ ຂຶ້ນເປັນດ່ານສາກົນ ພາຍຫຼັງທີ່ແຂວງກຽມຄວາມພ້ອມຮອບດ້ານ ເຊັ່ນ: ດ້ານບຸກຄະລາກອນ, ເຄື່ອງມື – ອຸປະກອນ ແລະ ອື່ນໆ ແລ້ວໃຫ້ລາຍງານສູນກາງ ກຽມພ້ອມເປີດພິທີຢ່າງເປັນທາງການຕາມເງື່ອນໄຂ ແລະ ວັນ, ເວລາອັນເໝາະສົມ.