ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 12 ມີນານີ້ ທ່ານມາເຈັດ ອັນ ອັນຊາຣີ ໂຄສົກກະຊວງການຕ່າງປະເທດກາຕາໄດ້ກ່າວຢືນຢັນໃນກອງປະຊຸມຖະແຫຼງຂ່າວປະຈຳຂອງກະຊວງຕົນວ່າ: ການເຈລະຈາຢຸດຍິງຢູ່ເຂດກາຊາຍັງພວມດຳເນີນຕໍ່ໄປຢູ່ ເຊິ່ງໃນຖານະເປັນໜຶ່ງໃນບັນດາຝ່າຍໄກ່ເກ່ຍ, ກາຕາຫວັງຢາກຊຸກຍູ້ໃຫ້ສອງຝ່າຍທີ່ປະທະກັນບັນລຸສັນຍາຢຸດຍິງໃນໄລຍະເດືອນຖືສິນອົດຫຼືບຸນຣາມາດັນ(Ramadan).
ຂະນະດຽວກັນ, ທ່ານຍັງກ່າວຢືນຢັນວ່າ: ບັນດາຝ່າຍຍັງບໍ່ທັນຫຍັບມໍ່ເຂົ້າໃກ້ກັບການບັນລຸສັນຍາເທື່ອ.
ທ່ານອັນຊາຣີຍັງກ່າວຕື່ມອີກວ່າ: ແລວມະນຸດສະທຳທາງທະເລຈາກປະເທດໄຊປັດ ຫາ ເຂດກາຊາ ບໍ່ສາມາດເຂົ້າແທນທີ່ແລວມະນຸດສະທຳທາງບົກໄດ້, ທ່ານຈຶ່ງຮຽກຮ້ອງໃຫ້ເປີດແລວມະນຸດທະສຳທາງບົກຢູ່ເຂດກາຊາຕື່ມອີກເພື່ອໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳສາມາດເຂົ້າເຖິງເຂດກາຊາໄດ້ຢ່າງບໍ່ຖືກຈຳກັດ.