ນະເວລານີ້ ຖ້າເວົ້າເຖິງ ແບຣນເສື້ອຜ້າທີ່ເປັນສາຍເລືອດລາວແທ້ ແຕ່ອອກແບບງາມບໍ່ດ້ອຍຊາດໃດໃນໂລກ ຕ້ອງຍົກໃຫ້ເພີ່ນເລີຍສຳລັບ ແບຣນ ຄຳເພົ້າ ສັ່ງໄດ້
ໂດຍດີໄຊເນີຕົວພໍ່ແຫ່ງວົງການແຟຊັນ ອ້າຍຄຳເພົ້າ ບົວພັນ ເຈົ້າຂອງແບຣນດັ່ງກ່າວ ເຊິ່ງໄລຍະນີ້ງານແໜ້ນງານປັງທີ່ສຸດບິນໄກຕ່າງປະເທດຕະຫຼອດເລີຍ ເພື່ອຮັບໃຊ້ລູກຄ້າ ຍ້ອນໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກລູກຄ້າທັງໃນ ແລະ ຕ່າງປະເທດນັ້ນເອງ.
ຫຼ້າສຸດ ອ້າຍຄໍາເພົ້າ ພ້ອມດ້ວຍທີມງານ ແລະ ຊາຍແບບປະຈໍາຂອງແບຣນ ໄດ້ບິນໄກໄປເອົາໃຈລູກຄ້າທີ່ປະເທດສິງກະໂປ ທີ່ໄວ້ໃຈໃຊ້ບໍລິການຕັດຫຍິບເສື້ອຜ້າຈາກແບຣນ ຄຳເພົ້າ ສັ່ງໄດ້ ແບບບໍລິການເຖິງຕົວເຖິງທີ່ກັນເລີຍ ເອີ້ນໄດ້ວ່າແຟຊັນກ້າວໄກ ດີຊາຍເນີດັງຈາກລາວ ເຊິ່ງອ້າຍຄຳເພົ້າເອງກໍບອກວ່າ ບໍ່ຄິດບໍ່ຝັນວ່າລູກຄ້າຈະໃຫ້ການຕອບຮັບຫຼາຍປານນີ້ ແລະ ພ້ອມທີ່ຈະເຮັດໜ້າທີ່ບໍລິການໃຫ້ດີທີ່ສຸດ ໃຫ້ສົມກັບວ່າລູກຄ້າໄວ້ວາງໃຈໃຊ້ບໍລິການ ຕັດຫຍິບເສື້ອຜ້າຈາກແບຣນ ຄຳເພົ້າສັ່ງໄດ້.
ງານນີ້ທີ່ບໍ່ເວົ້າເຖິງບໍ່ໄດ້ ທີ່ໄດ້ຮ່ວມເດີນທາງໄປສິງກະໂປ ຮ່ວມກັບດີໄຊເນີຕົວພໍ່ແຫ່ງວົງການແຟຊັນລາວ ນັ້ນກໍຄື ນ້ອງແຊມ ສີອິນທະວົງ ຊາຍແບບຄົນເກັ່ງ ແລະ ຍັງເປັນພຣີເຊັນເຕີຄົນຫຼໍ່ຂອງ ແບຣນ ຄໍາເພົ້າ ສັ່ງໄດ້ ໂດຍການຮ່ວມງານເທື່ອນີ້ ນ້ອງກໍໄດ້ໂພສວ່າ: “ 9ມື້ທີ່ປະເທດສິງກະໂປ ຂອບໃຈທ່ານທູດສຸດຫຼໍ່ທີ່ດູແລແບບລູກຫຼານ ຂອບໃຈເອື້ອຍ Kaysone Ole Noy ທີ່ໄດ້ຮ່ວມງານ ແລະ ສອນປະສົບການໃໝ່ຫຼາຍຢ່າງ ຂອບໃຈຜູ້ໃຫຍ່ທີ່ໃຫ້ໂອກາດອ້າຍ ຄຳເພົ້າ ສັ່ງໄດ້ ທີ່ແນະນໍາວຽກໃຫ້ Mr Goh Choon Kiat ແລະ ເພື່ອນຟິດເນັດໃໝ່ Mr Fan Melvin ທີ່ສິງກະໂປ… ທຸກຄົນໃນຮູບນີ້ທີ່ເທັກແຄ ແລະ ດູແລເປັນຢ່າງດີ ”.
ທ້າຍນີ້ຂ່າວບັນເທີງເອງຝາກແຟນຂ່າວທຸກຄົນສະໜັບສະໜູນຜົນງານຂອງທັງສອງນໍາເດີ ສາມາດຕິດຕາມຜົນງານແຟຊັນ ແລະ ການເຄື່ອນໄຫວຂອງທັງສອງທ່ານໄດ້ເລີຍທີ່ເຟສບຸ໊ກ ຄໍາເພົ້າ ສັ່ງໄດ້ ແລະ Sam Syinthavong.