ຫວຽດນາມ – ນິວຊີແລນ ບັນລຸການຍົກສູງການຮ່ວມມື

24

ຫວຽດນາມ ແລະ ນິວຊີແລນ ບັນລຸການເຈລະຈາຍົກສູງການຮ່ວມມື ໃນຂົງເຂດເສດຖະ   ກິດ – ການຄ້າ – ການລົງທຶນ. ນອກນັ້ນຍັງບັນລຸການລົງນາມເອກະສານຮ່ວມມືສຳຄັນ 3 ສະບັບ.

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມລາຍງານວ່າ: ຕອນເຊົ້າວັນທີ 11 ມີນາ ຢູ່ນະຄອນຫຼວງ ຂອງນິວຊີແລນ ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ແລະ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ດຳເນີນການພົບປະ ເຈລະຈາ.ການນຳສອງທ່ານໄດ້ເຫັນດີເປັນເອກະພາບບັນດາວິທີການເຮັດໃຫ້ການ ຮ່ວມມືສອງຝ່າຍ ເລິກເຊິ່ງກວ່າອີກ. ກ່ຽວກັບດ້ານການເມືອງ – ການຕ່າງປະເທດ ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການປະຕິບັດບັນດາໂຄງການກະທຳຄູ່ຮ່ວມມືຍຸດທະສາດ ຫວຽດນາມ – ນິວຊີແລນ ໄລຍະ 2021 – 2024 ຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ແລະ ສ້າງໂຄງການກະທຳໃຫ້ແກ່ໄລຍະໃໝ່ໂດຍໄວ.

ກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບ, ນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບເປີດ ກວ້າງການຮ່ວມມືໃນຂົງເຂດ ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ອຸດສາຫະກຳປ້ອງກັນຊາດ, ເພີ່ມທະວີການຮ່ວມມືກ່ຽວກັບການປ້ອງກັນອາຊະຍາກຳຂ້າມຊາດ, ຕ້ານການກໍ່ການຮ້າຍ, ການຄ້າຂາຍຢາເສບຕິດ… ກ່ຽວກັບເສດຖະ ກິດ – ການຄ້າ – ການລົງທຶນ.

ນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບ ສູ້ຊົນນຳວົງເງິນການຄ້າສອງສົ້ນບັນລຸ 2 ຕື້ໂດລາສະຫະລັດ ໃນປີ 2024 ແລະ ມຸ່ງໄປເຖິງເປົ້າໝາຍ 3 ຕື້ໂດລາສະຫະລັດໃນປີ 2026.

ພາຍຫຼັງສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີ ສອງຝ່າຍໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືສຳຄັນ 3 ສະບັບ ລວມມີ: ບົດບັນທຶກຊ່ວຍຈຳການຮ່ວມມືດ້ານການເງິນ ໄລຍະ 2024 – 2026; ບົດບັນທຶກຂໍ້ຕົກລົງ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ; ແຜນການຮ່ວມມືຍຸດທະສາດກ່ຽວກັບການສຶກສາ ຫວຽດນາມ – ນິວຊີແລນ ໄລຍະ 2023 – 2026.