ພະສົງ ແລະຍາດໂຍມ ປະກອບສ່ວນສ້າງຫໍພັກໃຫ້ນັກຮຽນ ແລະຄູ ຢູ່ 2 ໂຮງຮຽນ

161

ປະເທດເຮົາເຂດຫ່າງໄກສອກຫຼີກແມ່ນຍັງມີຄວາມຫຍຸ້ງຍາກຫຼາຍໃນການເດີນທາງໄປມາລະຫວ່າງໂຮງຮຽນຫາທີ່ພັກອາໄສ ໃນນັ້ນມີທັງຄູ ແລະນັກຮຽນ ມີນັກຮຽນຫຼາຍຄົນຕ້ອງມາຂໍເພິ່ງພາພີ່ນ້ອງຄົນຮູ້ຈັກເພື່ອປຸກຕູບຢູ່ຊຳຊາຮຽນຈົບ ແຕ່ກໍ່ບໍ່ງ່າຍ ແລະບໍ່ປອດໄພເທົ່າໃດໜັກ.

ແນວໃດກໍ່ຕາມ ມື້ນີ້ເປັນຂ່າວດີທີ່ ໄດ້ມີພິທີມອບ-ຮັບ ທຶນກໍ່ສ້າງຫໍພັກຄູ ແລະ ນັກຮຽນ ໃຫ້ໂຮງຮຽນ 2 ແຫ່ງ ຄື: ໂຮງຮຽນ ມສ ນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ມສ ສໍາພັນ ເມືອງບຸນໃຕ້ ແຂວງຜົ້ງສາລີ ຈໍານວນ 1 ລ້ານບາດ, ພ້ອມອຸປະກອນກໍ່ສ້າງ ຈັດຂຶ້ນໃນວັນທີ 11 ມີນາ 2024 ຢູ່ສູນກາງແນວລາວສ້າງຊາດ ໂດຍແມ່ນ ພະອາຈານ ສິນຊັບ ຈາລະນະທັມໂມ ແລະ ເຈົ້າສັນທາ, ອອກຕົນຍາດໂຍມເປັນຜູ້ລະດົມທຶນດັ່ງກ່າວ.

May be an image of 5 people, temple and text
ໂອກາດນີ້, ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ, ໄດ້ຕາງໜ້າໃຫ້ຄະນະນໍາ ສູນກາງແນວລາວສ້າງຊາດ ສະແດງຄວາມຮູ້ບຸນຄຸນມາຍັງ ພະອາຈານ ສິນຊັບ ຈາລະນະທັມໂມ ແລະ ເຈົ້າສັດທາທັງຫລາຍທີ່ໄດ້ລະດົມທຶນຮອນ, ປັດໄຈທີ່ສໍາຄັນ ເພື່ອມາພັດທະນາການສຶກສາຂອງ ສປປ ລາວ ກໍຄື ການກໍ່ສ້າງຫໍພັກຄູ ແລະ ນັກຮຽນ 2 ແຫ່ງດັ່ງກ່າວ ທີ່ຢູ່ເຂດຊົນນະບົດຫ່າງໄກສອກຫລີກ ເຊິ່ງເປັນເງື່ອນໄຂໜຶ່ງ ເພື່ອດຶງດູດໃຫ້ນັກຮຽນຕັ້ງໃຈມາສຶກສາຮໍ່າຮຽນ ແລະ ບໍ່ອອກໂຮງຮຽນ ເຊິ່ງໄລຍະຜ່ານມາ ໂຮງຮຽນດັ່ງກ່າວ ແມ່ນຂາດທີ່ພັກອາໄສ ເຊິ່ງສົ່ງຜົນກະທົບໃຫ້ນັກຮຽນທີ່ບ້ານຢູ່ໄກ ບໍ່ສາມາດທຽວມາຮຽນໜັງສືໄດ້ສະດວກ ແລະ ສຸດທ້າຍກໍ່ອອກໂຮງຮຽນ ຫລື ປະລະການຮຽນ.

May be an image of 7 people, newsroom, dais and text
ພ້ອມກັນນັ້ນ, ທ່ານຮອງປະທານສູນກາງແນວລາວສ້າງຊາດ ກໍໄດ້ມອບຫລຽນກາລະນຶກ 60 ປີ ແນວລາວສ້າງຊາດ ໃຫ້ ພະອາຈານ ສິນຊັບ ຈາລະນະທັມໂມ ຕື່ມອີກ.

ຂ່າວ: ສນຊ