ຕ້ອນຮັບວັນແມ່ຍິງ ດ້ວຍການພາມາອັບເດດຜົນງານແມ່ຍິງເກັ່ງ

492

ອັບເດດງານແບບປັງ! ຂຶ້ນປົກວາລະສານດັງ ສາວ ອາເລັກຊານດຼ້າ ບຸນຊ່ວຍ ສໍາລັບສາວຄົນນີ້ງານຄືວ້າວງາມຈື້ງແຮງ! ມາແລ້ວ ສົດໆ ຮ້ອນໆ ກັບການຂຶ້ນປົກວາລະສານ VOICE ສະບັບທໍາອິດຕ້ອນຮັບເດືອນແຫ່ງວັນແມ່ຍິງ ເດືອນ ມີນາ 2024ນີ້ ຖືໄດ້ວ່າເປັນ Super Star ຊື່ດັງ ຂອງເມືອງລາວກັນເລີຍ ງານນີ້ ອາເລັກຊານດຼ້າ ບຸນຊ່ວຍ  ທີ່ມາກັບ ຄອນເຊັບ NEW ME.

อาจเป็นรูปภาพของ 1 คน และ ถ้วยกาแฟ

ສໍາລັບວາລະສານ VOICE ເປັນວາລະສານ ເຜີຍແຜ່ ຄອນເທັ້ນດີໆ ຈາກດາລາ, ໄອດໍ້, ນັກທຸລະກິດ ແລະ ສາຍອາຊີບຕ່າງໆ… ຈະມາໃຫ້ຂໍຄິດ ແນະນໍາສິ່ງດີໆ ຈາກປະສົບການຂອງພວກເຂົາເອງ ຝາກຕິດຕາມຜົນງານສາວງາມຄົນນີ້ແດ່ເດີ້ ຖ້າຕິດຕາມບົດສໍາພາດນໍາກັນໃນໄວໆນີ້

อาจเป็นรูปภาพของ 5 คน และ ศาลเจ้า Fushimi Inari Taisha

ອາເລັກຊານດຼາເປັນແມ່ຍິງລາວຜູ້ໜຶ່ງທີ່ມີຄວາມຮູ້ຄວາມສາມາດ ແລະ ມີຈິດໃຈດີ ເປັນຜູ້ໜຶ່ງທີ່ສ້າງຊື່ສຽງ ແລະ ເຮັດໃຫ້ສາກົນຮູ້ຈັກປະເທດລາວເຮົາຫຼາຍຂຶ້ນ ຜ່ານຜົນງານບໍ່ວ່າຈະເປັນນັກຮ້ອງ, ນັກສະແດງ ແລະ ຍັງເປັນຜູ້ກຳກັບນໍາອີກ ຍັງບໍ່ພໍເທົ່ານັ້ນ ທີ່ປື້ມໃຈສຸດໆສໍາລັບສາວຄົນນີ້ນັ້ນກໍຄື ໂຄງການດີໆຊ່ວຍເຫຼືອສັງຄົມບໍ່ວ່າຈະເປັນ “ມູນນິທິບຸນຊ່ວຍ” ທີ່ໄດ້ເດີນທາງໄປຊ່ວຍເຫຼືອຢູ່ເຂດຫ່າງໄກຊອກຫຼີກ ແລະ ຄອບຄົວທຸກຍາກຕ່າງໆ ແລະ ຍັງບໍ່ພໍເປັນສາວງາມໃຈບຸນທີ່ມັກເຂົ້າວັດຟັງທໍາເປັນປະຈໍາອີກດ້ວຍ ຖືໄດ້ວ່າເປັນສາວງາມຕົວແບບຂອງແມ່ຍິງລາວກັນເລີຍ.

อาจเป็นรูปภาพของ 7 คน

ທ້າຍນີ້, ຂ່າວບັນເທີງເອງຝາກແຟນໆຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆຂອງສາວງາມຄົນນີ້ ທີ່ເປັນຕົວແບບທີ່ດີໃນຫຼາຍດ້ານທັງໃນ ແລະ ນອກວົງການແດ່ເດີ້ ເຊື່ອວ່າຈະມີເລື່ອງລາວດີໆໃຫ້ໜ້າຕິດຕາມແນ່ນອນ ສາມາດຕິດຕາມໄດ້ທີ່ເຟສບຸກ Alexandra Bounxouei.

อาจเป็นรูปภาพของ 1 คน

ເນື່ອງໃນໂອກາດ ມື້ນີ້ເປັນວັນແມ່ຍິງສາກົນທີມຂ່າວບັນເທີງເອງຂໍອວຍພອນໃຫ້ແມ່ຍິງລາວທຸກຖ້ວນໜ້າຈົ່ງມີແຕ່ຄວາມສຸກສົມຫວັງ ແລະ ປະສົບຜົນສໍາເລັດທຸກປະການ ທັງໜ້າທີ່ການງານ ຊີວິດສ່ວນຕົວ ແລະ ຄອບຄົວເດີ.