4EVE ສ້າງປາກົດການຫ້າງແຕກແທ້ໆ ປະທັບໃຈສຸດໆ

46

ໂອ້ຍເຫັນແລ້ວປື້ມໃຈແຮງແທນນ້ອງໆ 4EVE ກັບຄວາມປະທັບໃຈໃນການຕ້ອນຮັບຂອງແຟນໆຊາວລາວທີ່ງານຄອນເສີດຜ່ານມາ ທີ່ຫ້າງພາກຊັນດ້ວຍບັນຍາກາດທີ່ອົບອຸ່ນ ແລະ ຄຶກຄື້ນສຸດໆ ເອີ້ນໄດ້ວ່າເປັນປາກົດການຫ້າງແຕກຂອງລາວເລີຍກໍວ່າໄດ້ ເນື່ອງຈາກແຟນຄລັບ 4EVE ຫຼາຍພັນຄົນ ພ້ອມໃຈກັນໄປຖ້າເຂົ້າງານຄອນເສີດຕັ້ງແຕ່ຫ້າງຍັງບໍ່ເປີດ! ຈົນມາຮອດເວລາຕອນບ່າຍໂມງກໍມີຄົນຫຼາຍຈົນຕໍ່ແຖວກັນອອກມາໜ້າພາກຊັນ ຖືວ່າລົ້ນຫ້າງກັນເລີຍ.

อาจเป็นรูปภาพของ ลำโพง และ ฝูงชน

ທີ່ແນ່ໆເລີຍພໍແຕ່ຮອດຕອນຄອນເສີດເປີດແລ້ວ ຈໍານວນຄົນກໍຫຼາຍຂຶ້ນສຸດໆຈົນລົ້ນເດີ່ນອອກມານອກຫ້າງ ນີ້ເປັນປາກົດການ “ ຫ້າງແຕກ ” ທີ່ແທ້ຈິງເລີຍ ງານນີ້ສາວງາມລາວພຽງໜຶ່ງດຽວຂອງວົງ ນ້ອງ ແຮ່ນນ້າ ຜູ້ເປັນສະມາຊິກວົງ 4EVE ເປັນຕົວແທນຂອງໝູ່ໆໃນວົງ ກໍໄດ້ໂພສເວົ້າເຖິງ ຄວາມປະທັບໃຈກັບການເດີນທາງມາຄອນເສີດເທື່ອນີ້ວ່າ ” 3 ປີທີ່ລໍຄອຍກັບການກັບບ້ານເກີດໃນນາມ Hannah 4EVE ດີໃຈແຮງບໍ່ຄິດວ່າຄົນສິຫຼາຍປານນີ້ “.

อาจเป็นรูปภาพของ ฝูงชน

“ ຂອບໃຈທຸກຄົນທີ່ມາຫາພວກເຮົາ 4EVE ເດີ, ເຫັນບາງຄົນມາຖ້າແຕ່ເຊົ້າ ເມື່ອຍບໍ່? ເອັນດູ ເປັນຈັ່ງໃດມ່ວນບໍ່? ຄິດຮອດທຸກຄົນເດີ ໄວ້ມີໂອກາດຫວັງວ່າສິໄດ້ກັບມາຫຼິ້ນຢູ່ລາວອີກເດີ, ຂອບໃຈອ້າຍເອື້ອຍນ້ອງຊາວລາວທຸກຄົນທີ່ໃຫ້ການຕ້ອນຮັບສຸດຈະອົບອຸ່ນ ໝູ່ໆ 4EVE ຍ້ອງຄົນລາວໝົດມື້ວ່າໜ້າຮັກ ຮອບໜ້າຂໍຫ້າງແຕກແບບນີ້ອີກເດີ 55555″.

อาจเป็นรูปภาพของ 1 คน และ ผม

ຄືງານນີ້ນ້ອງໆທຸກຄົນເປັນຕາຮັກຕາແພງແຮງ ແຟນຄລັບຊາວລາວມີຄວາມສຸກ ແລະ ປະທັບໃຈສຸດໆ ແລະ ຫວັງວ່າຈະໄດ້ເຫັນສາວໆ 4EVE ມາເສີດສາຍຢູ່ທີ່ປະເທດລາວອີກຄັ້ງ ເຊິ່ງຫຼາຍໆຄົນຕັ້ງໜ້າຕັ້ງຕາລໍຄອຍສາວໆມາຢ້ຽມຢາມ ແລະ ສ້າງຄວາມມ່ວນຊື່ນອີກຄັ້ງເດີ ທຸກຄົນສາມາດຕິດຕາມການເຄື່ອນໄຫວໄດ້ທີ່:

FB: Hannah Rosenbloom ແລະ Page: 4EVE ໄດ້ເລີຍ ບໍ່ພາດທຸກການເຄື່ອນໄຫວແນ່ນອນ.