ເມືອງໝື່ນ ໄດ້ຮັບການຮັບຮອງເປັນເມືອງສະຫະພັນແມ່ຍິງ 3 ດີ ຄັ້ງທີ 3

1164

ເມືອງໝື່ນ ຈັດພິທິຮັບຮອງເປັນເມືອງສະຫະພັນແມ່ຍິງ 3 ດີ ຄັ້ງທີ III ສະໄໝທີ VIII ປະຈຳປີ 2023 ແລະ ປາຖະກາຖາ ວັນແມ່ຍິງສາກົນ ຄົບຮອບ 114 ປີ(8 ມີນາ 1910 ຫາ 8 ມີນາ 2024) ໃນວັນທີ 5 ມີນາ 2024 ໂດຍມີ ທ່ານ ນາງ ມາໄລສີ ທໍາມະໂຄດ ປະທານສະຫະພັນແມ່ຍິງແຂວງວຽງຈັນ, ມີ ທ່ານ ພອນເທີດ ສຸຫວັດດີ ກຳມະ ເຈົ້າເມືອງໆໝື່ນ, ມີຄະນະບໍລິຫານສະຫະພັນງານສະຫະພັນແມ່ຍິງໜ່ວຍ ແລະ ບ້ານ ເຂົ້າຮ່ວມ.

ທ່ານ ນາງ ວອນ ປາໄຊ ປະທານສະຫະພັນແມ່ຍິງເມືອງໝື່ນ ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2023 ຄັ້ງທີ 3 ສະໄໝທີ VIII ແລະ ທິດທາງ ແຜນການເຄື່ອນໄຫວປະຈຳປີ 2024, ທົ່ວເມືອງໝື່ນ ມີສະມາຊິກສະຫະພັນແມ່ຍິງທັງໝົດ 2.015 ສະຫາຍ, ສາມາດປະຕິບັດ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວວາງອອກ ມີພົນລະເມືອງດີ 1.857 ສະຫາຍ, ພັດທະນາດີ 1.857 ສະຫາຍ ແລະ ສ້າງຄອບຄົວດີ 1.759 ສະຫາຍ, ຄັດເລືອກບຸກຄົນ 3 ດີ ປະເພດ 1 ມີ 1.759 ສະຫາຍ, ປະເພດ 2 ມີ 98 ສະຫາຍ ກວມເອົາ 94,72%.

ຈາກນັ້ນ, ທ່ານ ພອນເທີດ ສຸຫວັດດີ ກໍໄດ້ປາຖະກາຖາ ເລົ່າຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 114 ປີ ໂດຍທ່ານໄດ້ໃຫ້ຮູ້ວ່າ: ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະທວງໃຫ້ມີສິດສະເໝີພາບຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: “ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ”.

ໂອກາດນີ້, ທ່ານ ນາງ ມາໄລສີ ທຳມະໂຄດ ໄດ້ໃຫ້ທິດຊີ້ນຳມາຍັງ ສະມາຊິກສະຫະພັນແມ່ຍິງທຸກສະຫາຍ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຮັກກຽດສັກສີແມ່ຍິງລາວ ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນາທຳອັນດີງາມ ກໍຄື ມູນເຊື້ອຂອງແມ່ຍິງລາວ, ເປັນເຈົ້າການໃນການປຸກລະດົມຄວາມສາມັກຄີ, ເຂົ້າຮ່ວມໃນຂະບວນການຕ່າງໆຂອງ ພັກ-ລັດ, ເອົາໃຈໃສ່ປັບປຸງການ ຈັດຕັ້ງຂອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ທຸກອາຊີບ ເພື່ອເຕົ້າ ໂຮມກຳລັງເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ.
ໂອກາດດຽວກັນ, ກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ສະຫະພັນແມ່ຍິງ ທີ່ມີຜົນງານດີເດັ່ນ ເປັນຈໍຳນວນ 49 ໃບ ແລະ ໃບຢັ້ງຢືນເມືອຝໝື່ນ ເປັນເມືອງສະຫະພັນແມ່ຍິງ 3 ດີ ຕື່ມອີກ.
ຂ່າວ-ພາບ: ນາງ ວັນນາ