ເຊກອງ ເປີດບຸນປະເພນີເຜົ່າກະຕູສົ່ງເສີມປີທ່ອງທ່ຽວລາວ 2024

45

ພິທີເປີດບຸນປະເພນີຂອງເຜົ່າກະຕູ ບ້ານກັນດອນໃໝ່ ເມືອງທ່າແຕງ ແຂວງເຊກອງ ເພື່ອສົ່ງເສີມການທ່ອງທ່ຽວລາວ ປີ 2024 ຈັດຂຶ້ນໃນວັນທີ 5 ມີນາ 2024 ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ສົມເພັດ ເອີດລັດດາ ເຈົ້າເມືອງທ່າແຕງ, ທ່ານ ອໍບົວລາ ອ່ອນມະໄລວົງ ເຈົ້າເມືອງກະລຶມ, ມີບັນດາຂະແໜງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ອໍານາດປົກຄອງບ້ານ ຕະຫລອດຮອດປະຊາຊົນພາຍໃນບ້ານກັນດອນໃໝ່, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານ ເພັດຄໍາ ກອນດອນ ຮອງນາຍບ້ານກັນດອນໃໝ່ ໄດ້ໃຫ້ຮູ້ວ່າ: ບຸນປະເພນີຂອງເຜົ່າກະຕູ ບ້ານກັນດອນໃໝ່ ແມ່ນປະເພນີໜຶ່ງທີ່ບ້ານຂອງພວກເຮົາ ເຄີຍປະຕິບັດສືບຕໍ່ກັນມາ ໂດຍກໍານົດເອົາວັນທີ 5 ມີນາ ຂອງທຸກໆປີ ເພື່ອເສີມຂະຫຍາຍ ແລະ ອະນຸ ລັກຮັກສາວັດທະນະທໍາ ທີ່ເປັນເອກະລັກ, ຮີດຄອງປະເພນີອັນດີງາມ ຂອງບັນດາເຜົ່າໃຫ້ຄົງຢູ່ກັບປະຊາຊົນຕະຫລອດໄປ. ໃນປີ 2024 ນີ້, ເປັນປີທີ່ມີຄວາມໝາຍສໍາຄັນ ເຊິ່ງການຈັດງານດັ່ງ ກ່າວ, ເປັນກິດຈໍາໜຶ່ງທີ່ໄດ້ກໍານົດເຂົ້າໃນການສົ່ງເສີມການ ທ່ອງ ທ່ຽວລາວ 2024 ຂອງແຂວງເຊກອງ ແນໃສ່ດຶງດູດນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໂດຍສະເພາະແມ່ນ ເມືອງທ່າແຕງ ແຂວງເຊກອງ ໃຫ້ໄດ້ຫລາຍຂຶ້ນ, ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທໍາ, ສ້າງລາຍ ໄດ້ໃຫ້ປະຊາຊົນ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ຂະຫຍາຍຕົວດີຂຶ້ນ.

ບ້ານກັນດອນໃໝ່ ປະກອບມີ 191 ຫລັງຄາເຮືອນ, ມີ 317 ຄອບຄົວ, ພົນລະເມືອງທັງໝົດ 1.390 ຄົນ, ຍິງ 713 ຄົນ. ໃນນີ້, ເຜົ່າກະຕູກວມ 94%, ປະຊາຊົນຍຶດຖອາຊີບເຮັດນາ, ເຮັດໄຮ່, ລ້ຽງສັດ ແລະ ຫັດຖະກຳຕໍ່າແຜ່ນແພ-ຈັກສານ ເປັນຫຼັກ, ປັດຈຸ ບັນ ມີຄອບຄົວເຫລືອກິນ 150 ຄອບຄົວ, ຄອບຄົວກຸ້ມກິນ 140 ຄອບຄົວ, ຂາດເຂີນ 27 ຄອບຄົວ, ສະເລ່ຍລາຍຮັບໃສ່ພົນລະເມືອງບັນລຸໄດ້ 5,67 ລ້ານກີບຕໍ່ຄົນຕໍ່ປີ ແລະ ໄດ້ຮັບນາມມະຍົດ ເປັນບ້ານວັດທະນະທໍາໃນປີ 2008 ເຊິ່ງເປັນບ້ານທໍາອິດຂອງແຂວງເຊກອງ. ສ່ວນວຽກງານການທ່ອງທ່ຽວ ພາຍໃນບ້ານມີໂຮມສະເຕ 10 ຫລັງ ແລະ ມີຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ເປັນຕົ້ນ ແຜ່ນແພຊົນເຜົ່າ, ຟ້ອນເຂນ, ຫໍກວນ ແລະ ມີສະຖານທີ່ທ່ອງທ່ຽວທໍາມະຊາດ ນໍ້າຕົກຕາດຊຽງຍືນ ໃນແຕ່ລະປີມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວສະເລ່ຍ 150 ເທື່ອຄົນຕໍ່ປີ.
ຂ່າວ: ພຸດທະສອນ