ນາງ ອຸໄລພອນ ຊະນະເລີດໃນງານແຂ່ງຂັນເວົ້າພາສາຍີ່ປຸ່ນ ຄັ້ງທີ 21 ໃນຫົວຂໍ້ “ຊີວິດຂອງຄົນທີ່ມີ ໂອຊິ”

51

ນາງ ອຸໄລພອນ ສຸວັນນະບຸດ ສາມາດຊະນະເລີດໃນຫົວຂໍ້ “ຊີວິດຂອງຄົນທີ່ມີ ໂອຊິ” ໃນງານແຂ່ງຂັນເວົ້າພາສາຍີ່ປຸ່ນ ຄັ້ງທີ 21 ຈັດຂຶ້ນໃນວັນທີ 2 ມີນາ 2024 ທີ່ສູນກິລາບຸໂດ ນະຄອນຫລວງວຽງຈັນ ໂດຍມີຜູ້ເຂົ້າແຂ່ງຂັນປະເພດອ່ານບົດເລື່ອງ 22 ຄົນ, ປະເພດບົດເວົ້າ 1 ນາທີ 13 ຄົນ ແລະ ປະເພດບົດເວົ້າ 3 ນາທີ 6 ຄົນ, ຜູ້ເຂົ້າແຂ່ງຂັນແມ່ນໄດ້ຖືກຄັດເລືອກໃນຮອບທຳອິດຈາກຜູ້ສະໝັກທັງໝົດ 143 ຄົນ.

ຜ່ານການແຂ່ງຂັນ ຜູ້ຊະນະ ໃນປະເພດບົດເວົ້າ 3 ນາທີ ອັນດັບທີ 1 ແມ່ນ ນາງ ອຸໄລພອນ ສຸວັນນະບຸດ ໃນຫົວຂໍ້ “ຊີວິດຂອງຄົນທີ່ມີ ໂອຊິ”; ອັນດັບທີ 2 ນາງ ລືຊ່າໂສພີ ສຸວັນທອງ ໃນຫົວຂໍ້ “ຄໍາວ່າ ອົດທົນ” ແລະ ອັນດັບທີ 3 ນາງ ສາລິສາ ຄໍາຜາຍ ໃນຫົວຂໍ້ “ຄວາມພິເສດຂອງຊິວິດນັກຮຽນ”.

ສຳລັບ ຜູ້ຊະນະໃນປະເພດບົດເວົ້າ 1 ນາທີ, ອັນດັບທີ 1 ແມ່ນ ນາງ ຈິ້ມລີ້ມ ມູນທະວີ ໃນຫົວຂໍ້ “ຄວາມຝັນຂອງຂ້ອຍ”; ອັນດັບທີ 2 ທ້າວ ສົມປາດຖະໜາ ໄຊຍະເພັດ ໃນຫົວຂໍ້ “ເປົ້າໝາຍຂອງຂ້ອຍ” ແລະ ອັນດັບທີ 3 ນາງ ກະຈົວ ລີບົວລົງ ໃນຫົວຂໍ້ “ງານອະດີເຫລກຂອງຂ້ອຍ”. ສ່ວນຜູ້ຊະນະໃນປະເພດໂປດສະເຕີ ແມ່ນທ້າວ ທະວີໄຊ ລອດສະຫວັນ.

ການແຂ່ງຂັນເວົ້າພາສາຍີ່ປຸ່ນ ໄດ້ຈັດຂຶ້ນ ໃນທຸກໆປີນັບແຕ່ປີ 2004 ເພື່ອເປີດໂອກາດໃຫ້ຜູ້ທີ່ຮຽນພາສາຍີ່ປຸ່ນ ໄດ້ສະແດງທັກສະຄວາມສາມາດ ໃນການເວົ້າພາສາຍີ່ປຸ່ນຂອງຕົນຕໍ່ໜ້າມວນຊົນ, ພ້ອມນີ້ຍັງເປັນການ ຍົກລະດັບທັກສະການສື່ສານ ແລະ ການເວົ້າໃນທີ່ສາທາລະນະ
ທີ່ມາ: ຂປລ