ຮອງປະທານ ສຕລ ເຂົ້າຮ່ວມກອງປະຊຸມໃຫຍ່ IFAB ຄັ້ງທີ 138, ຮັບຮອງເພີ່ມຈໍານວນການປ່ຽນຕົວສໍາຮອງ ໃນກໍລະນີທີ່ກະທົບຫົວ

28

ທ່ານ ນາງ ກັນຍາ ແກ້ວມະນີ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ທັງເປັນຄະນະບໍລິຫານງານຂອງສະຫະພັນບານເຕະນາໆຊາດ (FIFA) ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງ ຄະນະກຳມະການສະຫະພັນບານເຕະສາກົນ (The International Football Association Board) (IFAB) ຄັ້ງທີ 138 ທີ່ປະເທດສະກ໋ອດແລນ.

ສໍາລັບ IFAB ມີໜ້າທີ່ຮັບຜິດຊອບໃນການສ້າງ, ຄຸ້ມຄອງ ແລະ ດັດແກ້ ກະຕິກາກີລາບານເຕະ(Laws of the Game) ໃຫ້ເປັນມາດຕະຖານສາກົນ ເພື່ອນໍາໃຊ້ເຂົ້າໃນການແຂ່ງຂັນກີລາບານເຕະທົ່ວໂລກ, ໄດ້ຖືກສ້າງຕັ້ງຂື້ນໃນປີ 1886 ໂດຍສະຫະພັນບານເຕະອັງກິດ, ສະຫະພັນບານເຕະສະກ໋ອດແລນ, ສະຫະພັນບານເຕະເວລ໌ ແລະ ສະຫະພັນບານເຕະໄອຣ໌ແລນ.

ປັດຈຸບັນ IFAB ປະກອບມີທັງໝົດ 8 ສຽງ ເຊິ່ງ 4 ສຽງມາຈາກ 4 ສະຫະພັນບານເຕະຜູ້ກໍ່ຕັ້ງ ສະຫະພັນລະ 1 ສຽງ ແລະ ອີກ 4 ສຽງ ມາຈາກຄະນະບໍລິຫານງານຂອງ FIFA ເຊິ່ງທ່ານ ນາງ ກັນຍາ ແກ້ວມະນີ ໄດ້ຖືກແຕ່ງຕັ້ງຈາກ FIFA ໃຫ້ເປັນ 1 ໃນຄະນະກຳມະການ 4 ທ່ານ ໂດຍເປັນຄົນລາວຄົນທໍາອິດ ທີ່ຖືກແຕ່ງຕັ້ງໃຫ້ປະຕິບັດໜ້າທີ່ດັ່ງກ່າວ.

ສໍາລັບ ກອງປະຊຸມຄັ້ງນີ້ໃນປີ 2024 ມີການຮັບຮອງການດັດແກ້ໃນຫຼາຍຫົວຂໍ້ຂອງກະຕິກາກີລາບານເຕະ ໂດຍສະເພາະກະຕິກາທີ 3 (Law3) ວ່າດ້ວຍນັກກີລາ ເຊິ່ງຈະມີການເພີ່ມຈໍານວນການປ່ຽນຕົວສໍາຮອງ ໃນກໍລະນີທີ່ມີການກະທົບຫົວ (concussion).