ຮຽນວິຊາຊີບແລ້ວໄດ້ຫຍັງ ໂຈດທີ່ວິທະຍາໄລຕ້ອງເຮັດກ່ອນນັກຮຽນຈະຈົບ ມ4 ແລະ ມ7

133

ສປປ ລາວເຮົາເປັນປະເທດທີ່ກຳລັງພັດທະນາ ຊື່ງມີຄວາມຕ້ອງການແຮງງານຈຳນວນຫຼາຍ ແຕ່ໃນເວລາດຽວກັນວິຊາການສະເພາະທາງ ໂດຍສະເພາະໃນວຽກງານຕ່າງໆທີ່ກ່ຽວກັບສີມືແຮງງານ ໃນທີ່ຜ່ານມາຍັງໄດ້ນຳເຂົ້າຈາກຕ່າງປະເທດເປັນຈຳນວນຫຼາຍ ຍ້ອນຄົນພາຍໃນຍັງບໍ່ນິຍົມໄປຮຽນສາຍອະຊີວະເທົ່າທີ່ຄວນ.

May be an image of 10 people and people studying

ທີ່ຄົນບໍ່ນິຍົມໄປຮຽນອະຊີວະຍ້ອນຫຍັງ ກ່ອນອື່ນຄືຄວາມເຂົ້າໃຈ ຫຼາຍຄົນເປັນຕົ້ນຜູ້ທີ່ຈະຮຽນນັ້ນມີໜ້ອຍຄົນທີ່ຮູ້ວ່າ ຮຽນອະຊີວະແມ່ນກ່ຽວກັບຫຍັງ ຮຽນແລ້ວໄດ້ຫຍັງຈະມາເຮັດວຽກແນວໃດ ຄວາມຈີງແລ້ວ ອະຊີວະແມ່ນເປັນສາຂາຄວາມຮູ້ ແລະວິຊາຊີບ ກ່ຽວກັບການປະຍຸກໃຊ້ປະຍຸກວິທະຍາ ດ້ານເຕັກໂນໂລຊີວິທະຍາສາດ ເພື່ອມາປັບໃຊ້ໃນຊີວິດປະຈຳວັນໃຫ້ເກີດປະໂຫຍດສູງສຸດ ເປັນຕົ້ນ ການນຳໃຊ້ວັດສະດຸ, ເຄື່ອງຈັກ, ເຄື່ອງໃຊ້, ເຄື່ອງມື ແລະຂະບວນການຕ່າງໆ ເພື່ອສະໜອງຕໍ່ຈຸດປະສົງການໃຊ້ງານທີ່ຖືກຕ້ອງ ແລະປອດໄພ ເຊື່ອຖືໄດ້ ກໍ່ຄືການນຳໃຊ້ຢ່າງມີຫຼັກວິຊາການທີ່ຊຳນານງານນັ້ນເອງ.

May be an image of 5 people, people studying and text

ສຳລັບບ້ານເຮົາໃນທີ່ຜ່ານມາກໍມີບາງວິທະຍາໄລໄດ້ລົງໂຄສະນາເຜີຍແຜ່ກ່ຽວກັບຄວາມຮູ້ພື້ນຖານຂອງອະຊີວະແນ່ແລ້ວ ແຕ່ບາງຂໍ້ມູນຄວາມຕ້ອງເພີ່ມເຕີມອີກເປັນຕົ້ນ ໃນແຕ່ລະສາຍອາຊີບຄວາມຕ້ອງການຂອງຕະຫຼາດແຮງງານຫຼາຍປານໃດ ຄົນມາຮຽນຫຼາຍໜ້ອຍສ່ຳໃດ ມີບຸກຄົນໃດທີ່ຮຽນຈົບໄປແລ້ວມີຊີວິດທີ່ດີຂຶ້ນຍ້ອນວິຊາຊີບນີ້ ຫຼື ບຸກຄົນໃດທີ່ມີລາຍຮັບແຕ່ຍັງຮຽນບໍ່ຈົບ ເພື່ອສ້າງແຮງຈູງໃຈໃຫ້ນ້ອງນັກຮຽນຢາກມາຮຽນໃນສາຍວິຊາຊີບຍ້ອນມີເປົ້າໝາຍ ມີບຸກຄົນເປັນຕົ້ນແບບ(ໄອດໍ).

May be an image of 5 people and people studying

ແນວໃດກໍ່ດີ ຖືເປັນຂ່າວດີທີ່ວິທະຍາໄລເຕັກນິກວິຊາຊີບແຂວງຫຼວງພະບາງ ໄດ້ລົງເຜີຍແຜ່ຫຼັກສູດໃໝ່ໃຫ້ແກ່ນັກຮຽນຜູ້ທີ່ມີຄວາມສົນໃຈເຂົ້າຮຽນສາຍອາຊີວະສຶກສາ ທີ່ ໂຮງຮຽນ  ເຮີແມນ ກມາຍເນີ ຫຼວງພະບາງ.

May be an image of 13 people and people studying
ພິທີຈັດຂຶ້ນໃນວັນທີ 29 ກຸມພາ 2024 ນີ້ ນຳພາທິມງານໂດຍ ທ່ານ ບຸນເພັງ ແຈ່ມມາໄລ ຮອງຜູ້ອຳນວຍການວິທະຍາໄລ, ມີຫົວໜ້າ ພະແນກວິຊາການ, ຫົວໜ້າພະແນກກິດຈະການນັກສຶກສາ, ຮອງຫົວໜ້າພະແນກວິຊາການ, ຮອງຫົວໜ້າພະແນກກິດຈະການນັກສຶກສາ, ພະນັກງານຄູ – ອາຈານ, ຄະນະອຳນວຍການ ໂຮງຮຽນ  ເຮີແມນ ກມາຍເນີ ຫຼວງພະບາງ. ພ້ອມດ້ວຍ ຄູ-ອາຈານ ໂຮງຮຽນ ເຮີແມນ ກມາຍເນີ ຫຼວງພະບາງ ແລະ ນັກຮຽນຊັ້ນ ມ1 – ມ7 ເຂົ້າຮ່ວມ.

May be an image of 2 people