WTO ຮັບຮອງເອົາບັນດາຂໍ້ກຳນົດໃໝ່ກ່ຽວກັບການຄ້າການບໍລິການ

32

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມລາຍງານວ່າ: ວັນທີ 27 ກຸມພາ, ອົງການການຄ້າໂລກ ຫລື WTO ໄດ້ກຳນົດບັນດາຫຼັກການໃໝ່ ເພື່ອສ້າງເງື່ອນໄຂສະດວກໃຫ້ການຄ້າການບໍລິການກວ່າ 70 ປະເທດສະມາຊິກ.

อาจเป็นรูปภาพของ 4 คน, โทรทัศน์ และ ข้อความ

ຕາມແຈ້ງການສື່ມວນຊົນ ໂດຍ WTO ຍົກຂຶ້ນໃນຂອບເຂດກອງປະຊຸມຂັ້ນລັດຖະມົນຕີ WTO ຄັ້ງທີ 13  (MC13) ທີ່ໄດ້ດຳເນີນຢູ່ Abu Dhabi ສະຫະລັດ ອາຣັບ ເອມີເຣດ ຫລື UAE ແຕ່ວັນທີ 26 ຫາ 29 ກຸມພາ, ຫຼັກການໃໝ່ນີ້ ຈະຫັນບັນດາຄຳຮຽກຮ້ອງມອບສິດໃຫ້ສອດຄ່ອງກັບຂໍ້ກຳນົດ ແລະ ຫຼຸດຜ່ອນຮົ້ວກີດຂວາງກ່ຽວກັບລະບຽບການໃຫ້ແກ່ວິສາຫະກິດ.

ຕາມນັ້ນແລ້ວ, ຄ່າໃຊ້ຈ່າຍການຄ້າການບໍລິການທົ່ວໂລກ ຈະຫຼຸດລົງກວ່າ 119 ຕື້ໂດລາສະຫະລັດຕໍ່ປີ. ຂໍ້ຕົກລົງສະບັບຫຼ້າສຸດຂອງ WTO ຈັດວາງສຳລັບ 71 ປະເທດສະມາຊິກ, ໃນນັ້ນ ມີຈີນ, ອາເມຣິກາ ແລະ ສະຫະພາບເອີຣົບ ( EU ).

ນອກນັ້ນໃນກອງປະຊຸມ MC13, ບັນດາລັດຖະມົນຕີການຄ້າພວມປະເຊີນໜ້າກັບການເຈລະຈາທີ່ຫຍຸ້ງຍາກ, ດ້ວຍເນື້ອໃນການເຈລະຈາສຸມໃສ່ຂົງເຂດອາຊີບອາຫາ ແລະ ກະສິກຳ. ວົງການນັກຊ່ຽວຊານຄາດຄະເນວ່າ ກອງປະຊຸມຄັ້ງນີ້ ຍາກທີ່ຈະສາມາດບັນລຸໄດ້ບາດກ້າວບຸກທະລຸອັນໃຫຍ່ຫຼວງ, ເວັ້ນເສຍແຕ່ກໍລະນີບັນລຸໄດ້ຂໍ້ຕົກລົງໃໝ່ທົ່ວໂລກກ່ຽວກັບການຊ່ວຍເຫຼືອສິນໃນນ້ຳ.