ນະຄອນຫຼວງທົບຜົນວຽກ 1 ເດືອນຂອງປີ 2024 ພ້ອມບັນຫາທາງເສດຖະກິດທີ່ກະທົບຕໍ່ປະຊາຊົນ

26

ໃນວັນທີ 29 ກຸມພາ 2024 ນີ້ ນະຄອນຫຼວງວຽງຈັນໄດ້ເປີດກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 33 ຈັດຂຶ້ນທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງ ຈັນ ມີຮອງເຈົ້າຄອງ ພ້ອມດ້ວຍສະມາຊິກອົງການປົກຄອງນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

May be an image of 1 person and text
ທ່ານ ອາດສະພັງທອງ ສີພັນດອນ ກ່າວວ່າ ເພື່ອເປັນການທົບທວນ ກວດກາຄືນກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 1 ເດືອນຜ່ານມາ ພ້ອມກັນນັ້ນກໍໄດ້ຄົ້ນຄວ້າ ປຶກສາຫາລືວຽກສຳຄັນທີ່ປິ່ນອ້ອມຈຳນວນໜຶງ ໂດຍສະເພາະບັນຫາຂອງໂລກທີ່ສົ່ງຜົນກະທົບຕໍ່ ສປປ ລາວ ກໍຄື ນະຄອນຫຼວງວຽງຈັນເຊັ່ນ ບັນຫາເງິນກີບອ່ອນຄ່າ ນໍ້າມັນເຊື້ອໄຟແພງ ລາຄາສິນຄ້າໃນທ້ອງຕະຫຼາດມີການເໜັງຕີງ ຄ່າຄອງຊີບພົບກັບຄວາມຫຍຸ້ງຍາກເຊິ່ງໄດ້ກະທົບຕໍ່ແນວຄິດພະນັກງານ-ທະຫານຕຳຫຼວດ ພໍ່-ແມ່ປະຊາຊົນ ຈຳນວນໜຶ່ງກໍມີລັກສະນະຄອນແຄນ ຈຶ່ງເປັນສາເຫດພາໃຫ້ເກີດປະກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມເປັນຕົ້ນ ຂີ້ ລັກງັດແງະ ປຸ້ນຈີ້ຊິງຊັບ ອຸບັດຕິເຫດເກີດຂຶ້ນທອງຖະໜົນ ການຄ້າຂາຍຢາເສບຕິດ ແລະ ເສບຢາເສບຕິດນັບມື້ນັບແຜ່ຂະຫຍາຍອອກເປັນວົງກວ້າງ.

May be an image of 10 people, newsroom and text

ແນວໃດກໍຕາມ ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກອົງການປົກຄອງແຕ່ລະຂັ້ນ ແລະ ການເອົາໃຈໃສ່ເປັນເຈົ້າການຢ່າງແຂງແຮງ ຈິ່ງເຮັດໃຫ້ອົງການປົກຄອງນະຄອນຫຼວງສາມາດຕີຖອຍບັນ ຫາໄດ້ຈຳນວນໜຶ່ງ ແລະ ຍາດມາໄດ້ຜົນງານບາງດ້ານເປັນຕົ້ນ ການດຸນດ່ຽງທາງດ້ານເສດຖະກິດຕໍ່ກັບສັງຄົມ ການບໍລິການ ການຜະລິດເປັນສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງ ອອກຕ່າງປະເທດ ການຄຸ້ມຄອງສິນຄ້າໃນທ້ອງຕະຫຼາດບໍ່ ໃຫ້ມີການເໜັງຕີງແຮງເກີນທີ່ນິຕິກຳໄດ້ກຳນົດໄວ້ ການລົງຊຸກຍູ້ສົ່ງເສີມຊາວກະສິກອນ ຈັດຕັ້ງເປັນກຸມຜະລິດ ການປູກ ການລ້ຽງ ເພື່ອແກ້ງແຍ້ງສິນຄ້າບາງຊະນິດທີ່ນຳເຂົ້າຈາກຕ່າງປະເທດ ສົ່ງເສີມການລ້ຽງສັດເພື່ອຕອບສະໜອງຊີ້ນ ປາ ໄຂ່ໄກ່ໃນທ້ອງຕະຫຼາດໃຫ້ພຽງພໍ ຫຼຸດພ່ອນການນຳເຂົ້າຈາກຕ່າງປະເທດ ແລະ ການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມໃຫ້ລຸດລົງເທື່ອລະກ້າວ ມາຮອດປັດຈຸບັນສາມາດຢັ້ງຢືນ ແລະ ເວົ້າໄດ້ວ່າ ນວ ຍັງຮັກສາຖາ ນະບົດບາດເປັນຫົວຈັກລາກແກ່ທາງດ້ານເສດຖະກິດຢູ່ໃນແຖວໜ້າຂອງປະເທດ ສາມາດຈັດເກັບລາຍຮັບເຂົ້າງົບປະ ມານຢ່າງມີປະສິດທິຜົນຮັກສາໄດ້ຄວາມສະຫງົບຄວາມ ເປັນລະບຽບຮຽບຮ້ອຍໄດ້ໂດຍພື້ນຖານ.

ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືຫຼາຍບັນຫາສຳຄັນເຊັ່ນ ຜົນການຄົ້ນຄວ້າປຶກສາຫາລືຂອງຄະນະຮັບຜິດຊອບຄົ້ນຄວ້າສ້າງສູນລວມການບັນທເທີງຂອງ ນະຄອນຫຼວງ ໂຄງການພັດທະ ນາເມືອງທັນສະໄໝ ໂຄງການລົງທຶນທີ່ບໍ່ມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດຜ່ານມາ ຜົນການລົງເກັບກຳຂໍ້ມູນການນຳໃຊ້ທີ່ດິນ 8 ປະເພດຂອງໂຄງການສຶກສາສຳຫຼວດຄວາມເປັນໄປໄດ້ການລົງທຶນພັດທະນາເມືອງທັນສະໄໝ ແລະ ອື່ນໆອີກ.

ຂອບໃຈຂ່າວຈາກ: VientianeMai