ເກັບລາຍຮັບລື່ນແຜນ142% ດ່ານສາກົນດາກຕະອອກ

154

ດ່ານສາກົນດາກຕະອອກ ຕັ້ງຢູ່ບ້ານດາກຕະອອກນ້ອຍ ເມືອງດາກຈຶງ ແຂວງເຊກອງ,ເປັນອີກໜຶ່ງດ່ານທີ່ສັງຄົມໄປໃຊ້ບໍລິການເປັນຈຳນວນຫຼາຍ ໃນແຕ່ລະວັນ ມີລົດຂົນສົ່ງສິນຄ້າ ເຂົ້າ-ອອກ ສະເລ່ຍ 85-87 ຄັນ, ໃນນີ້ ລົດຂົນສົ່ງແຮ່ບົກຊິດ ສະເລ່ຍ 80 ຄັນຕໍ່ວັນ ນອກນັ້ນກໍ່ມີລົດຂົນສົ່ງມັນຕົ້ນ ແລະແປ້ງມັນຕົ້ນ, ລົດໂດຍສານ ຖ້າສົມທຽບໃສ່ສອງປີຜ່ານມາ ເຫັນວ່າມີຂະບວນຟົດຟື້ນຫລາຍ, ຊຶ່ງໃນ 1 ປີຜ່ານມາ ສາມາດເກັບລາຍຮັບໄດ້ທັງໝົດ 21,8 ຕື້ກວ່າກີບ  242,91% ( ແຜນປີ2023 ແມ່ນ 9 ຕື້ກີບ) ໝາຍຄວາມວ່າເກັບໄດ້ລື່ນແຜນ 142,91%.

May be an image of 1 person and text
ທ່ານ ແສງເພັດ ວາດສະຫງ່າ ຮອງຫົວໜ້າຄຸ້ມຄອງດ່ານສາກົນດາກຕະອອກໃຫ້ຮູ້ວ່າດ່ານສາກົນດາກຕະອອກ ປະກອບມີ 4 ຄື: ວຽກງານດ່ານພາສີ, ວຽກງານດ່ານຕຳຫລວດ (ຕມ), ວຽກງານບໍລິຫານດ່ານ ແລະ ວຽກງານກັກກັ້ນພືດ-ສັດ, ສະຕະວະແພດ, ອາຫານ ແລະຢາ, ມີຄະນະຄຸ້ມຄອງດ່ານ 5 ຄົນ, ມີພະນັກງານລັດຖະກອນທັງໝົດ 51 ຄົນ, ຍິງ 10 ຄົນ, ພະນັກງານສົມບູນ 45 ຄົນ, ຍິງ 6 ຄົນ, ພະນັກງານຊ່ວຍວຽກ 6 ຄົນ, ຍິງ 4 ຄົນ; ໃນໄລຍະຜ່ານມາ ຄະນະຄຸ້ມຄອງດ່ານໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານການເມອງແນວຄິດໃຫ້ແກ່ຖັນແຖວພະນັກງານເປັນບັນຫາສຳຄັນ, ໄດ້ນຳພາຊີ້ນຳຈັດຕັ້ງປະຕິບັດວຽກງານວິຊາສະເພາະແຕ່ລະຂະແຫນງການ ໂດຍສະເພາະໄດ້ເອົາໃຈໃສ່ບໍລິການ, ຄຸ້ມຄອງ, ຕິດຕາມ ກວດກາ ອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ ແລະການຜ່ານແດນສິນຄ້າເຄື່ອງຂອງໃຫ້ວ່ອງໄວ ແລະຖືກຕ້ອງຕາມກົດໝາຍ ແລະລະບຽບການທີ່ວາງໄວ້, ເກັບພາສີ ລະລາຍຮັບທຸກປະເພດຕາມທີ່ໄດ້ກຳນົດໃນກົດຫມາຍແລະທີ່ກ່ຽວຂ້ອງ ໃຫ້ຖືກຕ້ອງຄົບຖ້ວນ ແລະທັນເວລາ, ຄຸ້ມຄອງພາຫະນະ ແລະຜູ້ໂດຍສານໃນການເຂົ້າ-ອອກປະເທດ ຢ່າງເຂັ້ນງວດ ແນໃສ່ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

May be an image of 1 person, ambulance and text

ຊຶ່ງໃນໄລຍະ 1 ປີຜ່ານມາ ມີພາຫະນະເຂົ້າ-ອອກທັງຫມົດ 19.696 ຄັນ, ມີຄົນເຂົ້າ-ອອກເມືອງທັງຫມົດ 50.525 ຄົນ, ຍິງ 5.448 ຄົນ, ອອກໃບຜ່ານແດນໃຫ້ປະຊາຊົນ ໄດ້ 698 ໃບ, ອັນທີ່ພົ້ນເດັ່ນ ສາມາດເກັບລາຍຮັບໄດ້ທັງໝົດ 21.862.135.600 ກີບ ເທົ່າກັບ 242,91% ( ແຜນປີ2023 ແມ່ນ 9 ຕື້ກີບ), ລື່ນແຜນ 142,91%, ໃນນີ້ ຮັບຈາກພາສີ 17 ຕື້ກວ່າກີບ, ຮັບຈາກອາກອນ 4 ຕື້ກວ່າກີບ, ຄຽງຄູ່ກັນນີ້ ພວກເຮົາກໍໄດ້ເອົາໃຈໃສ່ການຄຸ້ມຄອງຄົນເຂົ້າ-ອອກເມືອງ ຢ່າງເຂັ້ມງວດ ດ້ວຍການກວດກາເອກະສານການເດີນທາງຢ່າງລະອຽດຊັດເຈນ ເພື່ອປ້ອງກັນບໍ່ໃຫ້ເກີດມີກຸ່ມຄົນບໍ່ດີສວຍໃຊ້ໂອກາດໃນລະຫວ່າງການເດີນທາງເຂົ້າ-ອອກເມືອງຢ່າງເດັດຂາດ, ນອກນີ້ຍັງໄດ້ເອົາໃຈໃສ່ປະຕິບັດວຽກງານກັກກັນພືດ-ສັດ ຢ່າງເຂັ້ມງວດ .

May be an image of text
ທ່ານ ແສງເພັດ ວາດສະຫງ່າ ໃຫ້ຮູ້ຕື່ມວ່າ: ສໍາລັບແຜນການປີ 2024 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້(ແຜນປີ 77 ຕື້ກວ່າກີບ), ຈະສືບຕໍ່ຕິດຕາມກວດກາພາຫະນະ ເຂົ້າ-ອອກ, ຄົນເຂົ້າ-ອອກເມືອງ, ການນຳເຂົ້າ ແລະສົ່ງອອກສິນຄ້າແລະການບໍລິການອື່ນໆ ໃຫ້ເຂັ້ມງວດ, ສືບຕໍ່ລະດົມນັກທຸລະກິດ, ພໍ່ຄ້າຊາວຂາຍໃຫ້ມີການນຳເຂົ້າ-ສົ່ງອອກສິນຄ້າໃນຂອບເຂດຊາຍແດນໃຫ້ຫລາຍຂຶ້ນ ໂດຍໃຫ້ສອດຄ່ອງກັບລະບຽບກົດຫມາຍ.

May be an image of 4 people and motorcycle