ລັດຖະມົນຕີກະສິກຳ ປະເທດສະມາຊິກສະຫະພາບເອີຣົບ ຫາລືວ່າຮັບມືກັບວິກິດການກະສິກຳ

35

ຂ່າວຊີອາໄອ ລາຍງານວ່າ: ຊາວກະສິກອນຂອງຫຼາຍປະເທດສະມາຊິກສະຫະພາບເອີຣົບ ໄດ້ຈັດການປະທ້ວງຢ່າງຕໍ່ເນື່ອງ, ຈາກບັນຫາດັ່ງກ່າວ ລັດຖະມົນຕີກະຊວງກະສິກຳຂອງບັນດາປະເທດສະມາຊິກສະຫະພາບເອີຣົບ ຈຶ່ງໄດ້ຈັດກອງປະຊຸມຄະນະກຳມະການກະສິກຳສະຫະພາບເອີຣົບ ຢູ່ນະຄອນຫຼວງບຣຸກແຊນ ປະເທດແບນຊິກ ໃນວັນທີ 26 ກຸມພານີ້ ເພື່ອປຶກສາຫາລືວ່າຄວນເຮັດແນວໃດຈຶ່ງສາມາດຮັບມືກັບວິກິດການກະສິກຳໃນປັດຈຸບັນນີ້ໄດ້.

ພ້ອມດຽວກັນນີ້, ຊາວກະສິກອນຂອງສະຫະພາບເອີຣົບ ໄດ້ຈັດການປະທ້ວງຢູ່ນະຄອນຫຼວງບຣຸກແຊນ ໂດຍໄດ້ຂັບລົດໄຖນາຫຼາຍຮ້ອຍຄັນເຂົ້າໄປນະຄອນຫຼວງບຣຸກແຊນ, ທະໜົນຫົນທາງ, ອຸມົງ ແລະ ສະຖານີລົດເມຫຼາຍແຫ່ງຈຳເປັນຕ້ອງປິດບໍລິການ.

ຍ້ອນມີຄວາມບໍ່ພໍໃຈຕໍ່ນະໂຍບາຍກະສິກຳຂອງສະຫະພາບເອີຣົບ ເຮັດໃຫ້ຕົ້ນທຶນການຜະລິດດ້ານກະສິກໍາໃນສະຫະພາບເອີຣົບສູງຂຶ້ນ ແລະ ຜະລິດຕະພັນກະສິກຳຂອງອູແກຣນເຂົ້າສູ່ສະຫະພາບເອີຣົບຫຼາຍຂຶ້ນ. ໄລຍະມໍ່ໆມານີ້, ຊາວກະສິກອນຂອງຫຼາຍປະເທດໃນທະວີບເອີຣົບ ໄດ້ຈັດການປະທ້ວງໃນຮູບແບບຕ່າງໆຢ່າງຕໍ່ເນື່ອງ.