ລາບປາຕອງໃສ່ໝາກແຄ່ນ ຫອມໆ

128

ລາບ ເປັນເມນູຂຶ້ນຊື່ອາຫານຄົນລາວ ແລະ ການເຮັດລາບແຕ່ລະທ້ອງຖິ່ນກໍ່ມີສູດແຕກຕ່າງກັນໄປ.ແຕ່ມື້ນີ້ຄໍລໍ້າອາຫານ ຈະພາທ່ານມາເຮັດລາບປາຕອງ ໃສ່ໝາກແຄ່ນ ທັງໜຽວ – ຂຸ້ນ ເອົາເຂົ້າໜຽວຮ້ອນໆຄຸ້ຍ ພ້ອມກັບຜັກນາໆຊະນິດແຊບສຸດ.

ວັດຖຸດິບ: ຊີ້ນປາຕອງສົດ (ຂູດເອົາແຕ່ຊີ້ນ), ໝາກເຂືອ, ຂ່າ, ໝາກແຄ່ນ, ໝາກເຜັດດິບ, ຫົວຫອມບົ່ວ, ຫົວຜັກທຽມ, ນໍ້າປາແດກ, ເກືອ, ແປ້ງນົວ, ເຂົ້າຂົ້ວ, ຫອມປ້ອມ, ຫອມບົ່ວ, ຫອມລາບ, ຜັກແພວ (ລ້າງທຸກຢ່າງໃຫ້ສະອາດ).

ไม่มีคำอธิบายรูปภาพ

ວິທີເຮັດ: ຈີ່ໝາກເຂືອ, ໝາກເຜັດດິບ, ຫົວຫອມບົ່ວ, ຫົວຜັກທຽມ ໃຫ້ໄໝ້ດຳ ແລະ ໝາກເຜັດດິບ (ເກືອບເປັນຖ່ານ), ຈາກນັ້ນມາຂົ້ວໝາກແຄ່ນໃຫ້ຫອມເລັກໜ້ອຍ, ພ້ອມເອາະນໍ້າປາແດກໃຫ້ສຸກ ແລະ ຕອງປະໄວ້ໃຫ້ເຢັນ.

ຂັ້ນຕອນເຮັດ: ເອົາໝາກເຂືອ, ໝາກເຜັດດິບ, ຫົວຫອມບົ່ວ, ຫົວຜັກທຽມ, ໝາກເຜັດດິບ ທີ່ຈີ່ໄໝ້ແລ້ວ ແລະ ໝາກແຄ່ນທີ່ຂົ້ວແລ້ວ ມາຕຳໃສ່ກັນໃຫ້ມຸ່ນລະອຽດ ພ້ອມຊອຍຄ່າເຮັດມຸ່ນໆລົງຕຳໃສ່ນຳກັນ. ເອົາເກືອ, ແປ້ງນົວ ລົງເລີຍ (ລະວັງເຄັມນຳນໍ້າປາແດກ ໃຫ້ເຮັດອ່າວຈາງໄວ້) ຈາກນັ້ນກໍເອົາຊີ້ນປາຕອງທີ່ຂູດລະອຽດມາຕຳໃສ່ ພ້ອມຕຳດົນໆຈົນມຸ່ນເນື້ອປາໜຽວໆ ຈຶ່ງເລີ່ມຕັກນໍ້າປາແດກໃສ່ລົງໄປເທື່ອລະ 1-2 ຈອງ ລົງໄປແລ້ວກໍຕຳ ແລະ ຄົນ (ຕ້ອງຄົນ ແລະ ຕຳດົນໆ ເນື້ອປາຈຶ່ງໜຽວ ແລະ ຟູຂຶ້ນ) ເຮັດແບບນັ້ນວົນໄປຈົນກວ່າຈະໄດ້ ຈາກນັ້ນກໍເອົາໝາກເຜັດແຫ້ງຜົງລົງ ພ້ອມກັບເຂົ້າຂົ້ວທີ່ບົດລະອຽດແລ້ວ ຄົນອີກ ຈາກນັ້ນກໍຊິມ ແລະ ປຸງລົດຊາດ (ໃຫ້ເຮັດອ່າວຈາງໜ້ອຍໜຶ່ງ ເພື່ອບາດເວລາຂົ້ວສຸກມາຈະໄດ້ພໍດີ) ແລ້ວກໍຊອຍຫອມປ້ອມ, ຫອມບົ່ວ, ຫອມລາບ ແລະ ຜັກແພວ ໃຫ້ແລບໆ ລົງ ເທົ່ານີ້ທ່ານກໍຈະໄດ້ລາບໜຽວປາຕອງກິນແລ້ວ.

ไม่มีคำอธิบายรูปภาพ

ສ່ວນທ່ານໃດບໍ່ກິນດິບ ກໍສາມາດນຳລາບທີ່ສຳເລັດແລ້ວໄປຂົ້ວໃຫ້ສຸກ ກໍແຊບໄປອີກແບບ ເຊິ່ງກິນກັບເຂົ້າໜຽວ ແລະ ຜັກກັບຫຼາຍໆຕາມທີ່ທ່ານມັກໄດ້.