ອີຢູ ຕົກລົງເຫັນດີກ່ຽວກັບຫຼັກການລົງໂທດຄັ້ງທີ 13 ໃສ່ຣັດເຊຍ

58

ວິທະຍຸກະຈາຍສຽງແຫ່ງຊາດຫວຽດນາມລາຍງານວ່າ: ວັນທີ 21 ກຸມພາ ທີ່ປະເທດແບນຊິກ, ປະເທດທີ່ພວມດຳລົງຕຳແໜ່ງເປັນປະທານໝູນວຽນ ສະຫະພາບເອີຣົບຫລື ອີຢູ (EU) ໃຫ້ຮູ້ວ່າ: ສະມາຊິກອີຢູ ໄດ້ຕົກລົງເຫັນດີກ່ຽວກັບບ້ວງລົງໂທດທີ 13 ສຳລັບ ຣັດເຊຍ ເຊິ່ງມີສ່ວນກ່ຽວຂ້ອງເຖິງບັ້ນຮົບການທະຫານພິເສດຢູ່ ອູແກຼນ.

อาจเป็นรูปภาพของ ข้อความ

ບ້ວງລົງໂທດໃໝ່ນີ້ ຈະແນໃສ່ເກືອບ 200 ອົງການ ແລະ ສ່ວນບຸກຄົນຂອງຣັດເຊຍ ແຕ່ບໍ່ມີບັນດາມາດຕະການລົງໂທດຕາມຂົງເຂດໃໝ່. ຄາດວ່າ ບ້ວງລົງໂທດໃໝ່ນີ້ ຈະໄດ້ຮັບການໃຫ້ສັດຕະຍາບັນໃນວັນທີ 24 ກຸມພາ ຈະມາເຖິງ, ເຊິ່ງເປັນຂີດໝາຍສິ້ນສຸດປີທີ 2  ທີ່ເກີດການປະທະກັນລະຫວ່າງ ຣັດເຊຍ – ອູແກຼນ.

ທ້າຍປີ 2023, ອີຢູ ໄດ້ຮັບຮອງເອົາບ້ວງລົງໂທດທີ 12 ແນໃສ່ ຣັດເຊຍ. ບ້ວງລົງໂທດດັ່ງກ່າວ ໄດ້ສຸມໃສ່ການຈັດວາງບັນດາຄຳສັ່ງຫ້າມນຳເຂົ້າເພັດທີ່ມີຕົ້ນກຳເນີດຈາກ ຣັດເຊຍ, ກໍຄື ຈັດວາງຫຼາຍຄຳສັ່ງຫ້າມນຳເຂົ້າ ແລະ ສົ່ງອອກ ສຳລັບ ສິນຄ້າ ຣັດເຊຍ ຕື່ມອີກ.