7 ປີ ບໍລິສັດພະລັງງານໄຟຟ້າເຊກອງປະກອບສ່ວນພັນທະອາກອນແລ້ວຫຼາຍກວ່າ 400 ຕື້

143

ໃນວັນທີ 17 ກຸມພາ 2024 ຜ່ານມາ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມບໍລິສັດ ພະລັງງານໄຟຟ້າເຊກອງ ຈຳກັດ ຢູ່ເມືອງກະລຶມ ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ພອນສັກ ວິໄລສັກ ປະທານກຸ່ມບໍລິສັດ ພອນສັກ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ ຕ້ອນຮັບຢ່າງອົບອຸ່ນ.

May be an image of 12 people
ທ່ານ ສອນໄຊ ສີລາເພັດ ຜູ້ບໍລິຫານ (CEO) ຂອງກຸ່ມບໍລິສັດ ພອນສັກ ຈໍາກັດ ໄດ້ລາຍງານກ່ຽວກັບການດໍາເນີນໂຄງການຂຸດຄົ້ນບໍ່ຖ່ານຫີນເພື່ອສົ່ງອອກພາຍໃນ ແລະ ຕ່າງປະເທດ ໃຫ້ຮູ້ວ່າ: ບໍລິສັດ ພະລັງງານໄຟຟ້າເຊກອງ ຈຳກັດ ມີພື້ນທີ່ສຳປະທານ ລວມທັງໝົດ 77.000 ເຮັກຕາ, ມີພື້ນທີ່ການຂຸດຄົ້ນຢູ່ 8 ບໍ່ ເຊິ່ງໃນປັດຈຸບັນ ສໍາເລັດການສໍາຫຼວດ 16 ພັນກວ່າເຮັກຕາ ແລະ ດຳເນີນການຂຸດຄົ້ນຢູ່ 2 ບໍ່ ຄື: ບໍ່ປາກໄຊ ແລະ ບໍ່ກະລຶມ, ຄາດຄະເນມີຖ່ານຫີນສະສົມ 600 ລ້ານກວ່າໂຕນ.

May be an image of 8 people and text

ຂັ້ນຕອນການຜະລິດ ແມ່ນມີການວິໄຈຄຸນນະພາບຂອງຖ່ານຫີນ ແລະ ໄດ້ຜ່ານການປຸງແຕ່ງຖ່ານຫີນຕາມຂັ້ນຕອນການຜະລິດ ເຊັ່ນ: ຄັດແຍກຖ່ານຫີນ, ລ້າງຖ່ານຫີນ, ການສົ່ງອອກຈໍາໜ່າຍທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນ ສສ ຫວຽດນາມ; ຊຶ່ງນັບແຕ່ປີ 2017-2023 ໄດ້ສົ່ງອອກຈໍາໜ່າຍຖ່ານຫີນທັງໝົດ 4.487.055 ໂຕນພ້ອມນີ້, ທາງບໍລິສັດຍັງໄດ້ປະຕິບັດພັນທະອາກອນຕ່າງໆ ເປັນຕົ້ນ ແມ່ນຄ່າຊັບພະຍາກອນ, ຄ່າສໍາປະທານ ແລະ ອາກອນປະເພດຕ່າງໆ ຈໍານວນ 430 ຕື້ກວ່າກີບ.

May be an image of 6 people and text
ສ່ວນແຜນການໃນຕໍ່ໜ້າ ບໍລິສັດຈະສືບຕໍ່ສໍາຫຼວດ, ດໍາເນີນການຂຸດຄົ້ນ, ການຜະລິດສົ່ງອອກຈໍາໜ່າຍທັງພາຍໃນ ແລະ ຕ່າງປະເທດໃຫ້ເພີ່ມຂຶ້ນໃນແຕ່ລະປີ. ໃນນີ້, ປີ 2024 ໃຫ້ໄດ້ 18,2 ລ້ານໂຕນ; ປີ 2025 ໃຫ້ໄດ້ 22,6 ລ້ານໂຕນ; ປີ 2026 ໃຫ້ໄດ້ 23,3 ລ້ານໂຕນ; ປີ 2027 ໃຫ້ໄດ້ 23,4 ລ້ານໂຕນ ແລະ ປີ 2028 ໃຫ້ໄດ້ 24,6 ລ້ານໂຕນ.