ກຽມເປີດຖ້ຽວບິນຕົງ ສະຫວັນນະເຂດ-ບາງກອກ ຜ່ານການບິນລາວ

196

ສະຫວັນນະເຂດເປັນແຂວງທີ່ໃຫຍ່ສຸດຂອງລາວ, ມີຄວາມອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນ້ຳ ເປັນທີ່ດຶງດູດບັນດານັກທ່ອງທ່ຽວ, ນັກລົງທຶນເຂົ້າມາສະຫວັນນະເຂດເປັນຈຳນວນຫຼາຍໃນແຕ່ລະປີ ແລະຍັງສາມາດໃຊ້ເປັນເສັ້ນທາງຜ່ານສູ່ເໜືອ ແລະໃຕ້ຂອງລາວໄດ້ສະບາຍບໍ່ວ່າທາງບົກ ຫຼື ທາງອາກາດ ສະນັ້ນ ເພື່ອຄວາມສະດວກຂອງບັນດານັກເດີນທາງ ທາງລັດວິສາຫະກິດການບິນລາວຈຶ່ງມີແຜນເປີດເສັ້ນບິນຕົງ-ສະຫວັນນະເຂດ-ກາງກອກໃນໄວໆນີ້.

May be an image of 4 people and crowd

ຕາມການຖະແຫຼງຂ່າວໃນຕອນບ່າຍວັນທີ 15 ກຸມພາ 2024 ທີ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ທ່ານ ສະເຫຼີມ ໄຕຍະລາດ ຮອງຜູ້ອໍານວຍການລັດວິສາຫະກິດການບິນລາວ ໄດ້ໃຫ້ຮູ້ວ່າ: ການເດີນທາງທ່ອງທ່ຽວໃນປັດຈຸບັນ ແມ່ນໄດ້ມີການພັດທະນາ ແລະ ຂະຫຍາຍຕົວ ຢ່າງກວ້າງຂວາງຢູ່ໃນໂລກ, ເຊິ່ງການທ່ອງທ່ຽວແມ່ນຕິດພັນກັບການຂະຫຍາຍຕົວຂອງການຂົນສົ່ງທາງອາກາດ ຊຶ່ງເປັນທາງເລືອກອັນດັບໜຶ່ງຂອງນັກທ່ອງທ່ຽວ. ດັ່ງນັ້ນ, ເພື່ອຮອງຮັບ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ, ນັກທຸລະກິດ ທີ່ຕ້ອງການເດີນທາງໄປ ບາງກອກ ແລະ ຜູ້ມີຈຸດປະສົງຢາກເຂົ້າມາເຮັດທຸລະກິດ ແລະ ມາທ່ອງທ່ຽວ ທີ່ສະຫວັນນະເຂດ ດັ່ງນັ້ນ, ຈຶ່ງໄດ້ຕົກລົງຈະເປີດຖ້ຽວບິນຄືນໃໝ່ເສັ້ນທາງບິນ ສະຫວັນນະເຂດ-ບາງກອກ-ສະຫວັນນະເຂດ

May be an image of 1 person, dais and text

ໂອກາດນີ້ ທ່ານ ປອ. ແສນສັກ ສຸລິສັກ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ມີຄໍາເຫັນວ່າ: ການເປີດຄືນຖ້ຽວບິນ ໃນປີ 2024 ນີ້ ຖືວ່າເປັນໂອກາດທີ່ເໝາະສົມ ເພື່ອຮອງຮັບນັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄືແຂວງສະຫວັນນະເຂດ ເຊິ່ງເປັນປີທ່ອງທ່ຽວລາວ ຜ່ານມາເສັ້ນບິນດັ່ງກ່າວນີ້ໄດ້ຢຸດບິນເປັນເວລາເກືອບ 4 ປີ ນັບຕັ້ງແຕ່ທ້າຍເດືອນມີນາ 2020 ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ 19, ດັ່ງນັ້ນ ທາງສາຍການບິນຈະຕ້ອງເຮັດວຽກໜັກໃນການກະຈາຍຂໍ້ມູນ ໃຫ້ບັນດາຕົວແທນຈໍາໜ່າຍ ທັງພາຍໃນ ແລະ ຕ່າງປະເທດ, ທັງຊ່ອງທາງອອນລາຍ ແລະ ຊ່ອງທາງອື່ນໆ ເຊິ່ງຕ້ອງມີຄວາມສະດວກ-ວ່ອງໄວ ຕອບໂຈດໃຫ້ທາງເລືອກແກ່ຜູ້ໂດຍສານ ສາມາດຊໍາລະຄ່າຊື້ປີ້ຍົນໄດ້ຢ່າງສະດວກ.

May be an image of 1 person, dais and text
ໃນນີ້ ລັດວິສາຫະກິດການບິນລາວ ໄດ້ມີແຜນເປີດຖ້ຽວບິນ ເລີ່ມບິນຕັ້ງແຕ່ ວັນທີ 15 ມິນາ ປີ 2024 ນີ້ ຈຳນວນ 3 ຖ້ຽວຕໍ່ອາທິດ ຄື ວັນຈັນ, ວັນພຸດ ແລະ ວັນສຸກ ເປັນຕົ້ນໄປ, ໂດຍຈະບິນຂື້ນຈາກສະຫວັນນະເຂດ ໃນເວລາ 10 ໂມງ 40 ນາທີ ແລະ ຮອດ ບາງກອກ ເວລາ 12 ໂມງ 10 ນາທີ ແລະ ບິນກັບ ຈາກ ບາງກອກ ໃນເວລາ 13 ໂມງ 10 ນາທີ ມາຮອດ ສະຫວັນນະເຂດ ໃນເວລາ 14 ໂມງ 40 ນາທີ. ການບິນຈະໃຊ້ເວລາ 1 ຊົ່ວໂມງ 30 ນາທີ ໂດຍນໍາໃຊ້ເຮືອບິນ ATR-72 ແລະ ໃນອະນາຄົດຖ້າເຫັນວ່າມີຄວາມຕ້ອງການຂອງຕະຫຼາດສູງຂຶ້ນ ກໍຈະພິຈາລະນາເພີ່ມຖ້ຽວບິນຕື່ມອິກ.

May be an image of aircraft and text
ຂ່າວ-ພາບ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ