ສ່ອງດາລາຍິ້ມຫວານໆ ຫອບດອກໄມ້ຊໍ່ໃຫຍ່ຕ້ອນຮັບວາເລັນທາຍ

84

ຄົນບໍ່ມີຄູ່ຈະຕ້ອງອິດສາຕາຮ້ອນໄປຕາມໆກັນ ເພາະ 14ກຸມພາວາເລັນທາຍປີນີ້ ບັນດາຄົນດັງແຫ່ງວົງການ ບໍ່ວ່າຈະເປັນດາລານັກສະແດງ ຫຼື ນາງງາມ ກໍພາກັນຫອບດອກໄມ້ຊໍ່ໃຫຍ່ອວດເຕັມທາມລາຍເຟສບຸ໊ກຈົນຕ້ອງອິດສາຕາຮ້ອນໄປຕາມໆ ງານນີ້ຂ່າວບັນເທີງເອງກໍອົດບໍ່ໄດ້ທີ່ຈະຕ້ອງເກັບພາບມາຝາກແຟນໆຄໍລຳຂ່າວບັນເທີງ ເພື່ອເປັນຮອຍຍິ້ມຕ້ອນຮັບວັນແຫ່ງ ຄວາມຮັກໃນປີນີ້.

อาจเป็นรูปภาพของ 2 คน

ມາເລີ່ມຕົ້ນດ້ວຍການຕື່ມ ຄວາມຫວານໃຫ້ກັນຢູ່ເລື້ອຍໆສໍາລັບຄູ່ຮັກໜຸ່ມຫຼໍ່ສາວງາມ ໜຸ່ມວຽງ ຈັນທະວົງສາ ຊາຍແບບສຸດເທ້ ແລະ ສາວ ບາບີ້ ປິຍາມາດ ນາງງາມສາຍຫວານຜ່ານແຄັບຊັ່ນ     “ ຫວານໄປອີກຄູ່ ໃນ 365 ວັນຂອງທຸກໆປີ ຄືວັນ Valentines ຂອງເຮົາວ່າຊ໊ານນນນນ!! ສຸກສັນວັນຂາຍດອກໄມ້ເດີ ”.

ມາຕໍ່ກັນທີ່ຄູ່ຮັກຊຸບເປີສະຕາຢ່າງ ສາວ ຄຣິສຕີນາ ລາຊະສິມມາ ນາງງາມນັກສະແດງທີ່ເປັນທີ່ຮູ້ຈັກກັນດີໃນວົງການ ກັບໜຸ່ມຫຼໍ່ຫວານໃຈ ໜຸ່ມວິນລີ ທາລາເທບ ນັກຮ້ອງດັງອີກໜຶ່ງຄົນຂອງວົງການເພງລາວ ໜ້າຮັກ ແລະ ມີຄວາມໝາຍ ຄູ່ນີ້ກັບແຄັບຊັນ thanks for lovely bouquet  7 colors of roses.

ຂອບໃຈສຳລັບດອກໄມ້ ໜ້າຮັກ ດອກກຸຫຼາບ ຖັກມື 7 ສີ ທີ່ບໍ່ມີມື້ແຫ່ວ ຢູ່ນຳຕະຫຼອດໄປ ” ຫວານໄດ້ອີກສໍາລັບຄູ່ນີ້ ”

อาจเป็นรูปภาพของ 11 คน และ ข้อความ

ງານນີ້ຮຸ່ນໃຫຍ່ເພິ່ນກໍມາອວດຄວາມຫວານເຊັ່ນດຽວກັນຖືວ່າປະທານມາເອງ ປະທານຊ້າງ ໄຊຊະນະ ນໍລະສິງສີສານ ກັບພັນລະຍາແຊໂມເມັ້ນຄວາມຮັກກັບຄູ່ຮັກຂອງເພິ່ນ ດ້ວຍຂໍ້ຄວາມ “11 ປີໄວປານມື້ວານ ຫຼາຍສິ່ງຫຼາຍຢ່າງກະຍັງຄືເກົ່າ ບາງອັນກະປ່ຽນໄປຄືອາຍຸເວລາ ສ່ວນໜ້າຕາກະຍັງຫຼໍ່ງາມສະເໝີ ຄອບຄົວທີ່ຄຶກຄື້ນຕະຫຼອດເວລາ ກະຍ້ອນນີ້ນິລະ ມະລິ່ງກິ່ງກ່ອງ ມະລ່ອງກ່ອງແກ່ງ Linda Da”

อาจเป็นรูปภาพของ 2 คน และ ดอกไม้

ມາປິດທ້າຍກັນທີ່ສາວງາມດີກຣີນາງສາວລາວ ຫອບດອກໄມ້ຊໍ່ໃຫຍ່ຮັບວາເລັນທາຍໃຫ້ສາວໆຕ້ອງອິດສາຕາຮ້ອນຢ່າງສາວລູກນໍ້າ ທິດາລັດ ໄດ້ດອກໄມ້ຊໍ່ໃຫຍ່ຈາກຄົນປິດສະໜາ ໂພສວ່າ: “ ອາດຈະບໍ່ໄດ້ງາມຄືນາງຟ້າ… ແຕ່ກາໄດ້ຫຼາຍດອກຢູ່ Happy Valentine’s Day ຂອບໃຈເດີ ຜູ້ເອົາໃຫ້ກາເປີດເຜີຍຕົວແນ່ຈາ ”.

ຕ້ອນຮັບວັນແຫ່ງຄວາມຮັກຢ່າງຍິ້ມແຍ້ມແຈ່ມໃສ ທ້າຍນີ້ຂ່າວບັນເທີງເອງກໍຂໍຝາກຕິດຕາມຜົນງານ ແລະ ການເຄື່ອນໄຫວຂອງທຸກຄົນແນ່ເດີ ສຸກສັນວັນວາເລັນທາຍແຟນໆຂ່າວບັນເທີງທຸກຄົນດ້ວຍ.