ເອຢິບ ແລະ ຫຼາຍປະເທດ ໄດ້ຄັດຄ້ານເຈດຈຳນົງ ບຸກໂຈມຕີນະຄອນ Rafah ຂອງກອງທັບ ອິດສະຣາແອນ

28

ຂ່າວ VOVWORLD ຂອງຫວຽດນາມລາຍງານວ່າ: ເອຢິບຮຽກຮ້ອງ “ ຄວາມສາມັກຄີ ” ໃນທຸກໆຄວາມມານະພະຍາຍາມຂອງພາກພື້ນ ແລະ ສາກົນ ເພື່ອສະກັດກັ້ນການບຸກໂຈມຕີແນໃສ່ເຂດ Rafah.

ວັນທີ 11 ກຸມພາ ເອຢິບໄດ້ເນັ້ນໜັກວ່າ ປະເທດນີ້ໄດ້ປະຕິເສດຖະແຫຼງການຂອງບັນດາເຈົ້າໜ້າທີ່ຂັ້ນສູງໃນລັດຖະບານ ອິດສະລາແອນ ກ່ຽວກັບເຈດຈຳນົງຂອງກຳລັງ ອິດສະລາແອນ ທີ່ຢາກດຳເນີນບັ້ນເຄື່ອນໄຫວດ້ານການທະຫານຢູ່ນະຄອນ Rafah ທາງທິດໃຕ້ຂອງເຂດ ກາຊາ.

อาจเป็นรูปภาพของ แผนที่

ຕາມຖະແຫຼງການທາງການຂອງກະຊວງການຕ່າງປະເທ ເອຢິບໄດ້ສືບຕໍ່ກ່າວເຕືອນກ່ຽວກັບຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຂອງບັ້ນຮົບການທະຫານຄືແນວນີ້, ຍ້ອນວ່າມັນມີຄວາມສ່ຽງເຮັດໃຫ້ວິນາດສະກຳມະນຸດສະທຳຢູ່ເຂດ ກາຊາ ຮ້າຍແຮງຂຶ້ນຕື່ມ. ເອຢິບກໍ່ຮຽກຮ້ອງ “ຄວາມສາມັກຄີ ” ໃນທຸກໆ ຄວາມມານະພະຍາຍາມຂອງພາກພື້ນ ແລະ ສາກົນ ເພື່ອສະກັດກັ້ນການບຸກໂຈມຕີແນໃສ່ເຂດ Rafah.

ສຳລັບປະຕິກິລິຍາສາກົນ, ໃນການໂອ້ລົມທາງໂທລະສັບໃນວັນທີ 11 ກຸມພາ, ລະຫວ່າງທ່ານ ໂຈ ໄບເດັນ ປະທານາທິບໍດີ ອາເມຣິກາ ກັບ ທ່ານ ເບັນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີ ອິດສະລາແອນ, ທ່ານໄບເດັນ ຮຽກຮ້ອງໃຫ້ ອິດສະລາແອນ ບໍ່ຄວນດຳເນີນບັ້ນຮົບນີ້, ຍົກເວັ້ນໄດ້ມີແຜນການຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນຢູ່ເຂດ Rafah.

ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ ເຢຍລະມັນ ຜູ້ທີ່ຈະໄປປະຕິບັດງານຄັ້ງທີີ 5 ຢູ່ເຂດ ຕາເວັນອອກກາງ ໃນຕົ້ນອາທິດໜ້າ ນັບແຕ່ເກີດການປະທະກັນລະຫວ່າງ ອິດສະລາແອນ – ຮາມາສ, ຖືວ່າການບຸກໂຈມຕີຂອງກອງທັບ ອິດສະລາແອນ ທີ່ແນໃສ່ເຂດ Rafah ຈະແມ່ນວິນາດສະກຳມະນຸດສະທຳ. ຫຼາຍປະເທດເຂດ ອ່າວ ເປີເຊຍ ໄດ້ກ່າວເຕືອນບັ້ນຮົບການທະຫານຂອງ ອິດສະລາແອນ ທີ່ແນໃສ່ Rafah ວ່າຈະພາໄປເຖິງວິນາດສະກຳດ້ານມະນຸດສະທຳ ແລະ ລະເມີດເຖິງໂທດດັບສູນເຊື້ອຊາດ.