ງາມຫວານສົມຕໍາແໜ່ງ ນາງສາວໝາກຂາມຫວານ ຊະນະຄາມ ປະຈຳປີ 2024

39

ເທສະການໝາກຂາມຫວານ ຕິດພັນກັບການເປີດທ່ອງທ່ຽວລາວ 2024 ທີ່ເມືອງຊະນະຄາມ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 2 ກຸມພາ 2024 ຜ່ານມາ ແລະ ງານນີ້ກໍໄດ້ແລ້ວນາງສາວໝາກຂາມຫວານ ເມືອງຊະນະຄາມ ປະຈຳປີ 2024 ໄດ້ແກ່ ນາງ ບ໋ອມ ໄຊຍະວົງ ໝາຍເລກ 10 ຈາກບ້ານຄົກເຂົ້າດໍ ເຊິ່ງໄດ້ຮັບເງິນສົດ 3.000.000 ກີບ, ພ້ອມກັບມົງກຸດ ແລະ ສາຍສະພາຍໄປຄອງຢ່າງສະຫງ່າ ງາມຫວານສົມຕໍາແໜ່ງທີ່ສຸດ ດັ່ງຄໍາຂວັນຂອງເມືອງທີ່ວ່າ:

อาจเป็นรูปภาพของ 3 คน และ ข้อความ

“ ເມືອງຊະນະຄາມ ເຂົ້າຂາວສາວງາມ
ໝາກຂາມຫວານລືລັ່ນ ເຫຼົ້ານໍ້າກັ່ນລືຊາ
ປວງປະຊາຂະຫຍັນສ້າງ ນາສວນຮົ້ວໄຮ່
ລ້ຽງສັດປູກໝາກໄມ້ ເປັນສິນຄ້າສົ່ງຂາຍ
ຜະລິດຕະພັນມີອົບກ້ວຍ ກວນໝາກໄມ້ຫວານມັນ
ຊາວເມືອງຮັກແພງກັນ ບຸນດອງສະນຸກລໍ້າ
ໃຜໄດ້ມາຢາມຢ້ຽມ ກັບຄືນບໍ່ເມືອເປົ່າ
ມີຂອງຕ້ອນຝາກເຈົ້າ ບ່າວສາວຍິ້ມສົ່ງທາງ ແທ້ນາ…!”.

อาจเป็นรูปภาพของ 3 คน และ ข้อความ

ການປະກວດນາງສາວໝາກຂາມຫວານ ຈັດຂຶ້ນໃນງານເທສະການໝາກຂາມຫວານ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ຂອງເມືອງ, ສະເພາະປີນີ້ມີຕົວແທນທີ່ບັນດາບ້ານພາຍໃນເມືອງສົ່ງເຂົ້າປະກວດ ຈຳນວນ 15 ນ້ອງ ຜ່ານການຄັດເລືອກຂອງຄະນະກຳມະການ ຈາກຮອບ 15 ນ້ອງ ຄັດເອົາ 8 ນ້ອງ ແລະ ຄັດເອົາ 3 ນ້ອງສຸດທ້າຍ ເຊິ່ງຜ່ານການປະກວດຜົນການຕັດສິນຂອງຄະນະກຳມະການໃນຮອບສຸດທ້າຍ ຜູ້ຊະນະເລີດອັນດັບ1 ໄດ້ແກ່ໝາຍເລກ 10 ນາງ ບ໋ອມ ໄຊຍະວົງ ໄດ້ຮັບເງິນສົດ 3.000.000 ກີບ, ມົງກຸດ 1 ໜ່ວຍ ພ້ອມສາຍສະພາຍ, ອັນດັບ 2 ໄດ້ແກ່ໝາຍເລກ 13 ນາງ ໄຂ່ມຸກ ສີເສົາ ໄດ້ຮັບເງິນສົດ 2.500.000 ກີບ ແລະ ອັນດັບ 3 ໄດ້ແກ່ໝາຍເລກ 11 ນາງ ເຄັກສະດາ ສຸວັນນະແສງ ໄດ້ຮັບເງິນລາງວັນ 2.000.000 ກີບ ພ້ອມສາຍສະພາຍໄປຄອງຢ່າງສົມກຽດນັ້ນເອງ.

อาจเป็นรูปภาพของ 3 คน และ ข้อความ

ເນື່ອງຈາກເມືອງຊະນະຄາມເປັນເມືອງໜຶ່ງທີ່ມີຄວາມພົ້ນເດັ່ນໃນການຜະລິດເປັນສິນຄ້າ ໂດຍສະເພາະແມ່ນການປູກໝາກຂາມຫວານ ໄດ້ກາຍເປັນສິນຄ້າທີ່ເປັນເອກະລັກຂອງເມືອງຊະນະຄາມ ເຊິ່ງເປັນຂອງຕ້ອນຂອງຝາກຂອງແຂກຄົນທີ່ມາຢ້ຽມຢາມເມືອງຊະນະຄາມ ໝາກຂາມຫວານເມືອງຊະນະຄາມ ມີ 5 ແນວພັນ ຄື: ພັນສີທອງ, ສີບົວ, ປະກາຍທອງ, ອິນທະຜາລຳ ແລະ ພັນຂັນຕີ. ປັດຈຸບັນທົ່ວເມືອງມີເນື້ອທີ່ປູກໝາກຂາມຫວານທັງໝົດ 275 ເຮັກຕາ, ມີ 27.000 ຕົ້ນ, ເນື້ອທີ່ໃຫ້ຜົນຜະລິດແລ້ວ 180 ເຮັກຕາ, ຜົນຜະລິດຈໍາໜ່າຍເປັນສິນຄ້າໄດ້ 389 ໂຕນຕໍ່ປີ, ຄິດໄລ່ເປັນມູນຄ່າ 9.725 ລ້ານກີບຕໍ່ປີ, ເນື້ອທີ່ປູກໃໝ່ທີ່ບໍ່ທັນໄດ້ເກັບຜົນຜະລິດມີ 95 ເຮັກຕາ ການຜະລິດເປັນສິນຄ້າ ໂດຍສະເພາະແມ່ນຂະບວນການປູກໝາກຂາມຫວານ ເຊິ່ງໄດ້ກາຍເປັນສິນຄ້າປະຈຳເມືອງຊະນະຄາມ, ເປັນໝາກໄມ້ຊະນິດໜຶ່ງທີ່ມີລົດຊາດຫວານ ທັງເປັນເອກະລັກ, ມີຊື່ສຽງ ແລະ ເປັນທີ່ຕ້ອງການຍອມຮັບຂອງສັງຄົມຢູ່ພາຍໃນເມືອງ, ຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດກັນເລີຍ.

ສຳລັບງານເທສະການໝາກຂາມຫວານ ຕິດພັນກັບການເປີດປີທ່ອງທ່ຽວລາວ2024 ຂອງເມືອງຊະນະຄາມໃນຄັ້ງແມ່ນມີຄວາມສຳຄັນຢ່າງຍິ່ງ ເພາະເປັນການອະນຸລັກຮັກສາວັດທະນະທຳ ມູນເຊື້ອອັນດີງານຂອງປະຊາຊົນບັນດາເຜົ່າ ແລ້ວຖືເປັນເວທີວາງສະແດງຈຳໜ່າຍສິນຄ້າ ແລະ ສົ່ງເສີມການຜະລິດເປັນສິນຄ້າພາຍໃນເມືອງຂອງຕົນ ແລະ ພິເສດ ຍັງເປັນການສ້າງກິດຈະກຳຕ້ອນຮັບການເປີດປີທ່ອງທ່ຽວລາວ 2024 ຕື່ມອີກ.