ພາສ່ອງບັນດາ Coach 5 ທ່ານ ໃນ Oishi Teen Idol season 2

40

ງານນີ້ມີວ້າວແນ່ນອນ ແຕ່ລະຄົນເກັ່ງໆກັນທັງນັ້ນ! ງານນີ້ຂ່າວບັນເທີງພາມາສ່ອງບັນດາ Coach ໃນ Oishi Teen Idol season2 ເຊິ່ງເປັນອີກໜຶ່ງໂຄງການປະກວດທີ່ກັບມາແລ້ວເດີ ນ້ອງໆທີ່ມີພອນສະຫວັນໃນວົງການ ໂດຍສະເພາະແມ່ນການຮ້ອງເພງ ເພາະຕອນນີ້ເວທີດັ່ງກ່າວແມ່ນກຳລັງກັບມາແລ້ວລາຍການຕາມຫາໄວໜຸ່ມລາວທົ່ວປະເທດ ເພື່ອ Debut ເປັນສິລະປິນນ້ອງໃໝ່ທີ່ມີຄຸນນະພາບ “ OISHI TEEN IDOL Season2 ” ແລະ ຊີງເງິນລາງວັນຊະນະເລີດ ສູງເຖິງ 111.111.111 ກີບກັນເລີຍຈັດເຕັມສຸດໆ.

อาจเป็นรูปภาพของ 1 คน และ ข้อความพูดว่า "OISHI TEEN IDOL SEASON TEAM Akard Coach Taiy"

ມື້ນີ້ຂ່າວບັນເທີງພາມາທໍາຄວາມຮູ້ຈັກກັບ Coach ຄົນທຳອິດກັນເລີຍ ນັ້ນກໍຄືໝຸ່ມ ຕ່າຍ ອາກາດ ກັບປະສົບການໃນວົງການບັນເທີງຫຼາຍກວ່າ 15 ປີ ແລະ ມີຜົນງານເພງຮິດເພງດັງ ທຸກໆເພງທີ່ປ່ອຍອອກມາຕິດຫູຕິດໃຈແຟນເພງ ແລະ ມີຖານແຟນຄລັບໜາແໜ້ນ ທີ່ພ້ອມແລ້ວຈະປັ້ນນ້ອງໆໃຫ້ເປັນສິລະປິນດັງໃນອະນາຄົດ.

อาจเป็นรูปภาพของ 1 คน และ ข้อความพูดว่า "OISHI TEEN IDOL SEASON TEAM Coach Zumo"

ຕໍ່ມາ Coach ຄົນທີ 2 ໄດ້ແກ່ໜຸ່ມ ຊູໂມ້ ຈັນເທວາ ຜູ້ທີ່ຢູ່ເບື້ອງຫຼັງນັກປັ້ນສິລະປິນ ດາລາ ນັກສະແດງ ກຳກັບຊີຣີດັງຫຼາຍເລື່ອງ ແລະ ປັ້ນໃຫ້ກາຍເປັນໄອດໍປະດັບວົງການມາຫຼາຍຄົນ ແລະ ຍັງເປັນຜູ້ກຳກັບຊີຣີ້ລາວທີ່ໂດ່ງດັງ ເຊັ່ນ: ONE LOVE theseries ແລະ ອື່ນໆ ໂຄສ ຊູໂມ້ ມາພ້ອມທັກສະການປັ້ນໄອດໍ ນ້ອງໆຜູ້ເຂົ້າປະກວດກຽມຄວາມໝັ້ນໃຈມາໃຫ້ພ້ອມ Oishi Teen Idol season2 ບໍ່ໄກເກີນຝັນແນ່ນອນ.

อาจเป็นรูปภาพของ 1 คน และ ข้อความพูดว่า "OISHI TEEN IDOL SEASON Coach TEAM Sanonh"

Coach ຄົນທີ 3 ໜຸ່ມຫຼໍ່ມາດເທ້ດີກຣີພະເອກ ຊານົນ ມະນີຜົນ ນັກສະແດງລະດັບແຖວໜ້າຂອງວົງການບັນເທີງ ທີ່ມາພ້ອມຄວາມສາມາດທີ່ຄົບເຄື່ອງ ບໍ່ວ່າຈະເປັນທັກສະການສະແດງ ການຮ້ອງເພງ ແລະ ການເຕັ້ນ ບໍ່ເປັນສອງຮອງໃຜແນ່ນອນ ເຊິ່ງງານນີ້ ໂຄສຊານົນ ກຽມພ້ອມມາພາລູກທີມເປັນຜູ້ຊະນະ Oishi Teen Idol season2 ຢ່າງດຽວ, ກຽມຕົວໃຫ້ພ້ອມແລ້ວພົບກັນໄວໆນີ້.

อาจเป็นรูปภาพของ 1 คน และ ข้อความพูดว่า "OISHI TEEN IDOL SEASON TEAM Swagwazz Coach"

Coach ຄົນທີ 4 Swagwazz ( ຟີມ ) ສິລະປິນໄວໜຸ່ມໄຟແຮງ ເປັນໄອດໍຄື້ນລູກໃໝ່ ທີ່ພົກພາຄວາມໝັ້ນໃຈມາເຕັມຮ້ອຍ ແລະ ມາພ້ອມຄວາມສາມາດທາງດ້ານການຮ້ອງເພງ, ການແຣັບ ເຖິງອາຍຸຈະນ້ອຍແຕ່ມາພ້ອມປະສົບການເຫຼືອລົ້ນບໍ່ນ້ອຍເດີ.

ທີ່ຂາດບໍ່ໄດ້ເລີຍກໍຄືຄົນທີ 5 ໂຄສ Jojo Miracle – Executive Producer ຜູ້ຄວບຄຸມການຜະລິດ ແລະ ການເຟັ້ນຫາ Oishi teen idol ຄົນໃໝ່ໃນ season 2 ປີນີ້ມາພ້ອມການປ່ຽນແປງໃໝ່ຂອງຮູບແບບລາຍການ ແລະ ເຕັມທີ່ໃນການພັດທະນາທັກສະ ຄວາມສາມາດຂອງນ້ອງໆຜູ້ເຂົ້າປະກວດໃຫ້ໄດ້ດີທີ່ສຸດ ນ້ອງໆທົ່ວປະເທດກຽມຕົວໃຫ້ພ້ອມເດີ ແລ້ວພົບກັນແນ່ນອນ ສາມາດຕິດຕາມການເຄື່ອນໄຫວ ຫຼື ລາຍລະອຽດການສະໝັກທີ່ເພຈໄດ້ເລີຍ.