ວິສຸດາ ອຸ່ນແກ້ວ ງົດງາມໄຮ້ທີ່ຕິ! ຄວ້າຕໍາແໜ່ງນາງສາວດອກງິ້ວບານ ປະຈຳປີ 2024

45

ງານນີ້ຂ່າວບັນເທີງບອກເລີຍວ່າເໝາະສົມກັບຕໍາແໜ່ງ ແລະ ສະຫງ່າງາມທີ່ສຸດເລີຍ ສໍາລັບສາວງາມຜູ້ຄວ້າຕໍາແໜ່ງນາງສາວດອກງິ້ວບານ 2024 ໄປຄອງສົມກັບແຮງເຊຍແຮງໃຈຂອງແຟນໆ ແລະ ຫຼັງຈາກການຈັດປະກວດທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວສິ້ນສຸດລົງ ແລະ ກໍໄດ້ສາວງາມຜູ້ຄວ້າຕໍາແໜ່ງນາງສາວດອກງິ້ນບານ ປະຈຳປີ 2024 ໄປຄອງໄດ້ແກ່ໝາຍເລກ MK4 ນາງ ວິສຸດາ ອຸ່ນແກ້ວ ຕົວແທນຈາກເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

อาจเป็นรูปภาพของ 1 คน และ ข้อความพูดว่า "MK4"

ພິທີປະກວດໄດ້ຈັດຂຶ້ນໃນວັນທີ 28 ມັງກອນ ໃນງານເທສະການດອກງິ້ວບານ ປີ 2024 ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດ ຖະມົນຕີ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ມີຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການ, ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຊົມຮ່ວມເຊຍຢ່າງເປັນຂະບານການຄຶກຄື້ນກັນເລີຍ.

อาจเป็นรูปภาพของ 3 คน และ ข้อความพูดว่า "MK4"

ການຈັດງານປະກວດນາງສາວດອກງິ້ວບານ ກໍຖືໄດ້ວ່າເປັນອີກໜຶ່ງໃນກິດຈະກຳທີ່ໄດ້ຈັດຂຶ້ນທຸກໆປີ ໃນໂອກາດເທສະການດອກງິ້ວບານ. ສໍາລັບນາງສາວທີ່ເຂົ້າຮ່ວມປະກວດແມ່ນມາຈາກເມືອງຕ່າງໆພາຍໃນແຂວງ ບໍ່ແກ້ວເອງ ເຊິ່ງມີທັງໝົດ 20 ນາງສາວກັນເລີຍ ເພື່ອເຂົ້າຮອບຕັດສິນແລ້ວຄັດໃຫ້ເຫຼືອ 10 ນາງສາວ, ຈາກ 10 ນາງສາວຄັດອອກເຫຼືອພຽງ 4 ນາງສາວເທົ່ານັ້ນ ເພື່ອເຂົ້າຮອບຊີງອັນດັບ 1, ອັນດັບ 2 , ອັນດັບ 3 ແລະ ອັນດັບ 4ນັ້ນເອງ.

อาจเป็นรูปภาพของ 8 คน และ ข้อความ

ຜົນຂອງການປະກວດໃນເວທີ່ອັນຊົງກຽດອີກໜຶ່ງເວທີ ເຊິ່ງອັນດັບ 1 ໄດ້ແກ່ໝາຍເລກ MK4 ນາງ ວິສຸດາ ອຸ່ນແກ້ວ ຈາກເມືອງຕົ້ນເຜິ້ງ ສາມາດຄວ້າຕໍາແໜ່ງນາງສາວດອກງິ້ວບານ ປະຈຳປີ 2024 ໄດ້ຮັບມົງກຸດ, ສາຍສະພາຍ, ລາງວັນເງິນສົດ 100 ລ້ານກີບ ພ້ອມລົດຈັກ 1 ຄັນ ແລະ ລາງວັນອື່ນໆ ລວມມູນຄ່າ 200 ກວ່າລ້ານກີບ.

อาจเป็นรูปภาพของ 2 คน และ ข้อความ

ຮອງອັນດັບ 1 ໄດ້ແກ່ໝາຍເລກ MK20 ນາງ ຈິນລະພອນ ວິໄລວັນ ຈາກເມືອງຕົ້ນເຜິ້ງ ໄດ້ຮັບສາຍສະພາຍ ພ້ອມລາງວັນເງິນສົດ 70 ລ້ານກີບ; ຮອງອັນດັບ 2 ໄດ້ແກ່ໝາຍເລກ MK14 ນາງ ຂວັນຕາ ພົງສະຫວັດ ຈາກເມືອງປາກທາ ໄດ້ຮັບສາຍສະພາຍ ພ້ອມລາງວັນເງິນສົດ 50 ລ້ານກີບ ແລະ ຮອງອັນດັບ 3 ໄດ້ແກ່ໝາຍເລກ MK10 ນາງ ອາລິຍາ ວູ່ປັນໂຍ ຈາກເມືອງຫ້ວຍຊາຍ ໄດ້ຮັບສາຍສະພາຍ ພ້ອມລາງວັນເງິນສົດ 30 ລ້ານກີບ.

อาจเป็นรูปภาพของ 2 คน และ ข้อความพูดว่า "MK14"

ຍັງບໍ່ພໍເທົ່ານັ້ນ ຍັງມີລາງວັນນາງສາວບຸກຄະລິກຂະພາບດີ, ນາງສາວມິດຕະພາບ ແລະ ລາງວັນອື່ນໆ ໄດ້ຮັບລາງວັນເງິນສົດລາງວັນລະ 5 ລ້ານກີບອີກດ້ວຍ ເຊິ່ງງານນີ້ໃຫ້ກຽດມອບລາງວັນໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ, ທ່ານ ບົວຄົງ ນາມມະວົງ, ທ່ານ ຈ້າວເຫວີຍ ຕາມລຳດັບ.

อาจเป็นรูปภาพของ 6 คน และ ข้อความ