ເອາະຫຼາມຊີ້ນງົວແຫ້ງໃສ່ຜັກຊີ

40

ເອາະຫຼາມເປັນອາຫານພື້ນເມືອງລາວເຮົາ ທີ່ໃຜກໍຮູ້ຈັກ ແລະ ກິນຍາມໃດກໍແຊບຊ້ອຍຍາມນັ້ນ ເຊິ່ງການເອາະຫຼາມ ແມ່ນສາມາດເຮັດໄດ້ທັງຊີ້ນແຫ້ງທຸກຊະນິດ ແລະ ປາແຫ້ງກໍໄດ້ ແຕ່ສ່ວນຫຼາຍຄົນຈະນິຍົມເຮັດຊີ້ນແຫ້ງເພາະຈະແຊບກວ່າ. ດັ່ງນັ້ນມື້ນີ້ເຮົາຈະພາທ່ານມາເຮັດເອາະຫຼາມຊີ້ນງົວແຫ້ງໃສ່ຜັກຊີ.

อาจเป็นรูปภาพของ สเต็ก และ เนื้อหมู

▶ວັດຖຸດິບ: ຊີ້ນງົວແຫ້ງ (ຕັດຕ່ອນພໍດີຄຳ), ເຂົ້າເບືອ, ເກືອ, ແປ້ງນົວ, ຫົວຫອມບົ່ວ, ຫົວຜັກທຽມ, ຫົວສີໃຄ, ນໍ້າປາ ຫຼື ປາແດກ, ຄະນໍ, ໝາກເຜັດ (ບາງຄົນອາດຈະໃສ່ໝາກເຂືອ ຖ້າໃຜບໍ່ມັກບໍ່ໃສ່ກໍໄດ້). ສ່ວນປະເພດຜັກແມ່ນມີເຫັດຫູໜູ, ໝາກຖົ່ວຝັກຍາວ, ໝາກແຄ້ງຟ້າ, ຍອດໝາກອຶ, ຜັກຕຳນິນ, ຜັກກາດ ຫຼື ຜັກເທົ່າທີ່ມີ, ຫອມບົ່ວ ແລະ ຜັກຊີ (ຖ້າມີສະຂ່ານກໍໃສ່ນຳໄດ້) ສ່ວນປະເພດຜັກ ແລະ ຫອມລ້າງສະອາດ.

อาจเป็นรูปภาพของ พาสต้า

▶ວິທີເຮັດ: ຄ້າງໝໍ້ຕົ້ມຊີ້ນງົວ, ໝາກເຜັດດິບ (ຖ້າຈະໃສ່ໝາກເຂືອເລັກໜ້ອຍກໍຜ່າຕົ້ມໃສ່ເລີຍ) ພ້ອມສະຂ່ານ ຖ້າບໍ່ມີບໍ່ໃສ່ກໍໄດ້, ເກືອ, ແປ້ງນົວ, ຫົວສີໃຄທຸບ, ຈາກນັ້ນມາຕຳຫົວຜັກທຽມ ແລະ ຫົວຫອມບົ່ວໃຫ້ລະອຽດ ເມື່ອໝາກເຂືອ ແລະ ໝາກເຜັດສຸກແລ້ວໃຫ້ຕັກອອກມາຕຳໃສ່ກັນໃຫ້ລະອຽດແລ້ວໃສ່ລົງໝໍ້ຄືນ, ພ້ອມເອົາເຫັດຫູໜູ, ໝາກຖົ່ວ ແລະ ໝາກແຄ້ງຟ້າລົງ (ສູດບາງຄົນອາດຈະບໍ່ໃສ່ໝາກເຂືອ ແຕ່ໃສ່ໝາກແຄ້ງຟ້າແລ້ວເອົາອອກມາຕຳເລັກໜ້ອຍ ພໍໃຫ້ໝາກແຄ້ງແຕກ), ຈາກນັ້ນກໍຕຳເຂົ້າເບືອລົງ ເມື່ອທຸກຢ່າງໃກ້ຈະສຸກແລ້ວໃຫ້ເອົາຜັກລົງ

ไม่มีคำอธิบายรูปภาพ

ພ້ອມໃຫ້ປຸງລົດຊາດຕາມໃຈມັກ ເມື່ອທຸກຢ່າງສຸກແລ້ວໃຫ້ຊອຍຫອມບົ່ວ ແລະ ຜັກຊີໃສ່ ເທົ່ານີ້ທ່ານກໍຈະໄດ້ເອາະຫຼາມຊີ້ນງົວໃສ່ຜັກຊີກິນແລ້ວ.