2 ນະຄອນໃນລາວ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ (ASEAN Clean Tourist City Standard)

359

ເນື່ອງໃນໂອກາດງານມະຫາກໍາການທ່ອງທ່ຽວອາຊຽນ ປະຈຳປີ 2024 ທີ່ຈັດຂຶ້ນໃນລະຫວ່າງວັນທີ 22-27 ມັງກອນ 2022 ຢູ່ທີ່ນະຄອນຫຼວງວຽງຈັນ, ສປປ ລາວ. ພິເສດໃນງານຄັ້ງນີ້ ໄດ້ມີການຈັດງານມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຂຶ້ນໃນວັນທີ 26 ມັງກອນ 2024 ລວມມີ 4 ປະເພດ. ໂດຍການເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຜູ້ແທນລັດຖະມົນຕີທ່ອງທ່ຽວອາຊຽນ, ຜູ້ປະກອບການທັງໂຮງແຮມ, ຮ້ານອາຫານ ແລະ ແຫຼ່ງທ່ອງທ່ຽວເຂົ້າຮ່ວມ.

ເຊິ່ງລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຂຶ້ນໃນວັນທີ 26 ມັງກອນ 2024 ລວມມີ 4 ປະເພດຄື: 1). ມາດຕະຖານໂຮງແຮມຂຽວອາຊຽນ ຄັ້ງທີ 9 ປະເທດລະ 5 ລາງວັນ; 2). ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ຄັ້ງທີ 4 ປະເທດລະ 3 ລາງວັນ; 3). ມາດຕະຖານສະຖານທີ່ຈັດງານອາຊຽນ: ປະເພດສະຖານທີ່ຈັດກອງປະຊຸມ ຄັ້ງທີ 4 ປະເທດລະ 5 ລາງວັນ; ປະເພດສະຖານທີ່ຈັດງານວາງສະແດງ ຄັ້ງທີ 2 ປະເທດລະ 5 ລາງວັນ; ປະເພດສະຖານທີ່ຈັດງານເທດສະການ ຄັ້ງທີ 1 ປະເທດລະ 5 ລາງວັນ; 4). ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ຄັ້ງທີ 4 ປະເທດລະ 2 ລາງວັນ.

ໃນນີ້, ສປປ ລາວ ໄດ້ຮັບທັງ 4 ປະເພດລາງວັນມາດຕະຖານ ລວມມີ 20 ລາງວັນຄື: ມາດຕະຖານໂຮງ ແຮມຂຽວອາຊຽນ 5 ລາງວັນ, ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ 2 ລາງວັນ, ມາດຕະຖານສະຖານທີ່ຈັດງານອາຊຽນ, ປະເພດຫ້ອງປະຊຸມ 5 ລາງວັນ, ປະເພດສະຖານທີ່ຈັດງານວາງສະແດງ 1 ລາງວັນ, ປະເພດ ສະຖານທີ່ຈັດງານເທດສະການ 5 ລາງວັນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 2 ລາງວັນ (ຜະລິດຕະ ພັນການທ່ອງທ່ຽວເຂດຕົວເມືອງ 01 ລາງວັນ ແລະ ຜະລິດຕະພັນການທ່ອງທ່ຽວເຂດຊົນນະບົດ 01 ລາງວັນ).

ສຳລັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ (ASEAN Clean Tourist City Standard) ແມ່ນໄດ້ເລີ່ມມອບລາງວັນໃນແຕ່ປີ 2018 ແລະ ປີນີ້ເປັນຄັ້ງທີ 3 ຊຶ່ງມີຈຸດປະສົງເພື່ອສົ່ງເສີມໃຫ້ບັນດາເມືອງທ່ອງທ່ຽວຂອງອາຊຽນ ມີການຮັກສາສິ່ງແວດລ້ອມ, ປ້ອງກັນບໍ່ໃຫ້ມີຜົນກະທົບຈາກການປ່ຽນແປງຂອງສະພາບອາກາດ ແລະ ເປັນການປະກອບສ່ວນພັດທະນາບັນດາເມືອງຕ່າງໆ ໃນປະເທດສະມາຊິກອາຊຽນໃຫ້ມີຄວາມຢືນຍົງ. ຊຶ່ງປີນີ້ ຢູ່ໃນອາຊຽນ ມີເມືອງທ່ອງທ່ຽວ ທີ່ໄດ້ຮັບລາງວັນ ທັງໝົດ 23 ລາງວັນ.
ສຳລັບ ສປປ ລາວ ໄດ້ຮັບ 02 ລາງວັນ ດັ່ງມີລາຍຊື່ລຸ່ມນີ້:
1). ນະຄອນຫຼວງວຽງຈັນ
2). ນະຄອນໄກສອນ, ແຂວງສະຫວັນນະເຂດ

ໂດຍການມອບໂດຍທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນປະທານກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ຮັບໂດຍທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນໄກສອນ ພົມວິຫານ. ສ່ວນນະຄອນຫຼວງວຽງຈັນ ແມ່ນທ່ານ ນາງ ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນ ຫລວງວຽງຈັນ ຂຶ້ນຮັບລາງວັນ.
ຂ່າວ-ຮູບ: ຄໍານ້ອຍ