ທະນາຄານໂລກ ເປັນຫ່ວງວິກິດທະເລແດງຊໍ້າຕື່ມເສດຖະກິດໂລກ ຍຸກຂາລົງ

28

ບັນດານັກເສດຖະສາດຂອງທະນາຄານໂລກ ເປັນຫ່ວງວ່າວິກິດການທະເລແດງຈະຊໍ້າຕື່ມ ແລະຖ່ວງດຶງຄວາມພະຍາຍາມຟື້ນຟູເສດຖະກິດຂອງຫຼາຍປະເທດໃນໂລກ ໃນຍຸກທີ່ອັດຕາດອກເບ້ຍເພີ່ມຂຶ້ນ ແລະ ອັດຕາເງິນເຟີ້ຍັງເປັນບັນຫາ.

ວິກິດການທະເລແດງເຮັດໃຫ້ມີຫຼາຍຝ່າຍ ເປັນຫ່ວງວ່າອາດຈະແຜ່ລາມໄປສູ່ລະດັບພາກພື້ນ ຈົນເກີດການປິດຊ່ອງແຄບຮໍມຸສ ເຊິ່ງເປັນເສັ້ນທາງການຂົນສົ່ງນໍ້າມັນທີ່ສໍາຄັນທີ່ສຸດແຫ່ງໜຶ່ງຂອງໂລກ ທີ່ມີການຂົນສົ່ງນ້ຳມັນ 21 ລ້ານບາເຣລຕໍ່ມື້ ຫຼື 21% ຂອງປະລິມານການຂົນສົ່ງນ້ຳມັນທົ່ວໂລກໃນແຕ່ລະວັນ ທັງຍັງເປັນຊ່ອງທາງການເດີນເຮືອສົ່ງອອກສິນຄ້າສໍາຄັນຂອງບັນດາປະເທດສົ່ງອອກນໍ້າມັນ ແລະ ອາຍແກັສທໍາມະຊາດເກືອບທັງໝົດໃນຕາເວັນອອກກາງ.

ไม่มีคำอธิบายรูปภาพ

ທະນາຄານໂລກໄດ້ຄາດຄະເນວ່າ ຖ້າສົງຄາມລະຫວ່າງ ອິດສະຣາແອນ ແລະ ຮາມາສ ແຜ່ລາມອອກໄປ ແລະ ເຮັດໃຫ້ເກີດຄວາມຂັດແຍ່ງຂະໜາດໃຫຍ່ໃນຕາເວັນອອກກາງ ທຽບເທົ່າກັບປີ 1973 ທີ່ເກີດເຫດການຂວ້າມບາດ ນ້ຳມັນຊາດອາຣັບ ໂດຍບັນດາປະເທດຕາເວັນຕົກ ຈະເຮັດໃຫ້ການສະໜອງນ້ຳມັນທົ່ວໂລກຫຼຸດລົງ 6-8 ລ້ານບາເຣລຕໍ່ມື້ ສົ່ງຜົນໃຫ້ຄານ້ຳມັນໂລກເພີ່ມຂຶ້ນສູງເປັນປະຫວັດການໃນລະດັບ 140-157 ໂດລາສະຫະລັດຕໍ່ບາເຣລ.

ປັດຈຸບັນ, ບໍລິສັດຫຼາຍແຫ່ງ ພວມສົ່ງສັນຍານເຕືອນເຖິງຜົນກະທົບຈາກວິກິດການທີ່ເກີດຂຶ້ນຢູ່ທະເລແດງ ເຊິ່ງເປັນອຸປະສັກຕໍ່ ການຂົນສົ່ງສິນຄ້າຈໍານວນຫຼາຍ ຕັ້ງແຕ່ລົດຍານພາຫະນະ ໄປເຖິງ ພະລັງງານ ເຮັດໃຫ້ຕົ້ນທຶນສິນຄ້າເພີ່ມຂຶ້ນສູງ ແລະ ເກີດຄວາມກົດດັນໃນລະບົບຕ່ອງໂສ້ການສະໜອງ.

ສຳນັກຂ່າວບລູມເບີກລາຍງານວ່າ ເທສລາ ຜູ້ຜະລິດລົດໄຟຟ້າລາຍໃຫຍ່ຈາກສະຫະລັດ ວາງແຜນທີ່ຈະໂຈະການຜະລິດຍານພາຫະນະຢູ່ໂຮງງານໃນເຢຍລະມັນເປັນເວລາສອງອາທິດ ເນື່ອງຈາກການຂົນສົ່ງຊັກຊ້າ.

ຜົນກະທົບດັ່ງກ່າວມີຂຶ້ນ ໃນຂະນະທີ່ກຳປັ່ນຂົນສົ່ງຢ່າງໜ້ອຍ 2.300 ລໍາຕ້ອງປ່ຽນເສັ້ນທາງທີ່ຍາວກວ່ານີ້ ເພື່ອຫຼີກລ່ຽງການໂຈມຕີຈາກຮູຕີ ໃນທະເລແດງ. ຕາມປົກກະຕິ ເສັ້ນທາງດັ່ງກ່າວຮອງຮັບການຂົນສົ່ງສິນຄ້າທາງທະເລ ປະມານ 12% ຂອງທົ່ວໂລກ