ເປີດສາກຂຶ້ນຢ່າງຟົດຟື້ນ ການແຂ່ງຂັນກີລາ ຄອບຄົວ ເບຍລາວ ປະຈຳປີ 2024 ສະຫຼອງເປີດປີທ່ອງທ່ຽວລາວ

124

ເປີດສາກຂຶ້ນຢ່າງເປັນທາງການ ຂະບວນການເຄື່ອນໄຫວການແຂ່ງຂັນກີລາ ປະຈຳປີ 2024 ຂອງຄອບຄົວຄູ່ຮ່ວມທຸລະກິດບໍລິສັດ ເບຍລາວ ຈໍາກັດ ນະຄອນຫຼວງວຽງຈັນ ໂດຍການຮ່ວມກັນຂອງສະມາຄົມນັກທຸລະກິດຮ້ານອາຫານລາວ ກັບ ຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໂດຍສະເພາະແມ່ນຊົມເຊີຍ ວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ແລະ ປີທ່ອງທ່ຽວລາວ 2024 ໃຫ້ເປັນຂະບວນການຟົດຟື້ນ. ຂະນະທີ່ ຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວຈຳກັດ ຄວ້າແຊັມການແຂ່ງຂັນລາຍການດັ່ງກ່າວໄປຄອງ.

ພິທີເປີດຂະບວນການເຄື່ອນໄຫວການແຂ່ງຂັນກີລາ ປະຈຳປີ 2024 ຂອງຄອບຄົວຄູ່ຮ່ວມທຸລະກິດບໍລິສັດ ເບຍລາວ ຈໍາກັດ ນະຄອນຫຼວງວຽງຈັນ ຈັດຂຶ້ນ ໃນວັນທີ 23 ມັງກອນ ຜ່ານມາ ທີ່ເດີ່ນກີລາບານເຕະຫຍ້າທຽມ ສາທິດ ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບຂັນລາງວັນມີ ທ່ານ ພອລ ບາດທໍແມນ (Paul Bartrman) ຜູ້ອໍານວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈໍາກັດ, ທ່ານ ຈັນສະໝອນ ຜອງຈັນທາ ຜູ້ອຳນວຍການ ຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ, ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ທັງເປັນຜູ້ຊີນຳ 3 ອົງການຈັດຕັ້ງມະຫາຊົນ ຖວທ ນວ ແລະ ທ່ານ ສຸກສາຄອນ ສີປະເສີດ ຫົວໜ້າບັນນາທີການໜັງສືພີມສຶກສາ-ກີລາ ທັງເປັນຜູ້ອໍານວຍການສູນໂຄສະນາຂ່າວສານ ກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ອູ່ຊ້າງ ແສງທອງ ຜູ້ອໍານວຍການຈັດການພາກນະຄອນຫຼວງ ທັງເປັນທີປືກສາ ຊີ້ນໍາສະມາຄົມສະມາຄົມ ພ້ອມດ້ວຍຄະນະບໍລິຫານງານສະມາຄົມນັກທຸລະກິດຮ້ານອາຫານລາວ ແລະ ບັນດາສະມາຊິກຈາກພາກສ່ວນຕ່າງໆເຂົ້າຮ່ວມ.

ໂອກາດນີ້, ທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານອາຫານລາວ ກ່າວວ່າ: ການຈັດກິດຈະກໍາເຕະບານ 4 ພາກສ່ວນຄັ້ງນີ້ ຈັດຂຶ້ນ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ເປັນຂະບວນຟົດຟື້ນ ເພື່ອພ້ອມກັນສະຫຼອງ ເປີດປີທ່ອງທ່ຽວລາວ 2024 ແລະ ຂໍ່ານັບຮັບຕ້ອນຮັບວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໂດຍສະເພາະແມ່ນຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບຮອບ 75 ປີ ທີຫາກໍຜ່ານມານີ້. ເຖິງຢ່າງໃດກໍດີ, ຄືຮູ້ກັນແລ້ວວ່າ ການແຂ່ງຂັນກິລາ ຄອບຄົວຄູ່ຮ່ວມທຸລະກິດບໍລິສັດ ເບຍລາວ ຈໍາກັດ ນະຄອນຫຼວງວຽງຈັນ ຈັດຂຶ້ນມາ 5 ຄັ້ງແລ້ວ ຊຶ່ງໃນແຕ່ລະຄັ້ງແມ່ນຈະຈັດແຂ່ງຂັນຫຼາຍກິດຈະກໍາຫຼາຍປະເພດກິລາ ແລະ ຕິດພັນກັບການປຸກລະດົມຂົນຂວາຍທັງວັດຖຸ ແລະ ປັດໄຈ ເພື່ອນຳໄປສົ່ງເສີມ ແລະ ຊ່ວຍເຫຼືອບັນດາພາກສ່ວນທີ່ຂາດເຂີນຫ່າງໄກສອກຫຼີກ ໂດຍສະເພາະໃນໄລຍະ ຜ່ານມາ ພວກເຮົາກໍຍັງໄດ້ຮ່ວມໃຈກັນ ຊ່ວຍເຫຼືອສັງຄົມ ກໍຄື ບັນດາທ້ອງຖິ່ນ ຈາກຫຼາຍແຂວງໃນຂອບເຂດທົ່ວປະເທດ.

ປີນີ້, ພວກເຮົາໄດ້ກຳນົດເອົາ 4 ພາກສ່ວນເຂົ້າຮ່ວມ ປະກອບມີ ທີມສະມາຄົມນັກທຸລະກິດຮ້ານອາຫານລາວ ນະຄອນຫຼວງວຽງຈັນ, ທີມຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວຈຳກັດ, ທີມພະ ຖວທ ນວ ແລະ ທີມສື່ມວນຊົນສາຍກິລາລາວ ອ້ອມຂ້າງສູນກາງ ການແຂ່ງຂັນແມ່ນໄດ້ມີການຈັບສະຫຼາກປະກົບຄູ່ແຂ່ງຂັນ ຊຶ່ງໃນຮອບທຳອິດ ທີມຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ ສາມາດລ້າງຕາໄລ່ເອົາຊະນະ ທີມສື່ມວນຊົນສາຍກິລາລາວ ໄປ ແບບ ຫວຸດຫວິດ 3 ປະຕູຕໍ່ 2 ສ່ວນອີກຄູ່ໜຶ່ງ ທີມສະມາຄົມນັກທຸລະກິດຮ້ານອາຫານລາວ ເອົາຊະນະ ທີມພະແນກ ຖວທ ນວ 9-5 ປະຕູ ໂຄຈອນໄປຊີງຊະນະເລີດ ພົບກັບ ທີມຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ກ່ອນຈະເປັນທີມຝ່າຍການຂາຍ ແລະ ການຕະຫຼາດ ບໍລິສັດ ເບຍລາວ ໄລ່ເອົາຊະນະໄປແບບສຸດມ່ວນ 6-4 ປະຕູ ໄດ້ແຊ໋ມໄປຄອງ ສ່ວນຄູ່ຊິງທີ 3 ທີມສື່ມວນຊົນສາຍກິລາລາວ ສາມາດເອົາຊະນະ ທີມ ພະແນກ ຖວທ ນວ 8-6 ປະຕູ.