ບານເຕະເຍົາວະຊົນ ຢູ 16 ຂອງ ສຕລ ຈັດຂຶ້ນປີນີ້ກໍານົດ 10 ສະໂມສອນເຂົ້າຮ່ວມຊີງໄຊ

152

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ເປີດເຜີຍແຜນການ ແລະ ຮູບແບບການແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 16 ປີ ປະຈໍາປີ 2024 ຫຼື ລາຍການ LFF U16 Championship 2024 ໂດຍກໍານົດ 10 ສະໂມສອນເຂົ້າຮ່ວມແຂ່ງຂັນໃຊ້ເວລາແຂ່ງຂັນ 4 ເດືອນເລີ່ມແຕ່ເດືອນພຶດສະພາ – ເດືອນກັນຍາ 2024.

ກ່ອນໜ້ານີ້ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວເປີດກອງປະຊຸມວ່າ: ສຕລ ໄດ້ວາງແຜນ ແລະ ຮູບແບບການແຂ່ງຂັນບານເຕະ ຮຸ່ນອາຍຸບໍ່ເກີນ 16 ປີລາຍການ LFF U16 Championship 2024 ດັ່ງນີ້:
#ທີມເຂົ້າຮ່ວມການແຂ່ງຂັນ: 10 ທີມເຍົາວະຊົນຈາກ ລາວລີກ 1 ປະຈໍາປີ 2024
#ຮູບແບບການແຂ່ງຂັນ:
-ແຂ່ງຂັນທັງໝົດ 1 ຮອບ: ຄັດເອົາອັນດັບ 1-4 ເຂົ້າຮອບຊີິງແຊັມ

#ໄລຍະເວລາການແຂ່ງຂັນ: 5 ພຶດສະພາ – 1 ກັນຍາ 2024
#ສະໜາມແຂ່ງຂັນ: ສະໜາມຫຍ້າທຽມ ສູນຝຶກຫ້ວຍຫົງ ສະຫະພັນບານເຕະແຫ່ງຊາດລາວ
#ສະຖານທີ່ພັກສະໂມສອນຕ່າງແຂວງ: ຫໍພັກ ສູນຝຶກຫ້ວຍຫົງ
#ຂໍ້ມູນການແຂ່ງຂັນ:

-ຈໍານວນມື້ແຂ່ງຂັນ: 22 ມື້
-ຈໍານວນນັດແຂ່ງຂັນທັງໝົດ: 47 ນັດ
-ຈໍານວນນັດແຂ່ງຂັນັງໝົດ ຕໍ່ສະໂມສອນ: 11 ນັດ
-ລວມນັກກີລາທີ່ລົງທະບຽນທັງໝົດ: ປະມານ 300 ຄົນ ( 30 ຄົນຕໍ່ສະໂມສອນ )
ຂ່າວ-ຮູບ: Larh Creators