ໃຫ້ຈັກຄະແນນດີ “ ສະຕຣີລາວ ສາວເຜົ່າມົ້ງ ສູ່ Global ”

31

ຍັງຄົງຄວາມໂດດເດັ່ນ ເອເນີຈີ້ສູງສຸດໆ ແລະ ເປັນທີ່ຈັບຕາກອງເຊຍ ຕາມກັນຕໍ່ສໍາລັບ ນ້ອງ ວັນ ບັດແສງ ວົງຈັນທໍາ ໃນຮອບຊຸດປະຈຳຊາດ ທີ່ເວທີ Miss Global ໃນຄໍ່າຄືນທີ່ຜ່ານມາ ບອກເລີຍວ່າທີມຂ່າວບັນເທີງຍັງຕາມບໍ່ຢຸດເພື່ອເປັນກໍາລັງໃຈໃຫ້ນ້ອງ ແລະ ສາຍສະພາຍລາວໄດ້ເສີດສາຍຢ່າງພາກພູມໃຈ ເຊິ່ງຮອບຊຸດປະຈໍາຊາດນີ້ ນ້ອງກໍເຮັດໄດ້ດີ ເປັນທີ່ເພິງພໍໃຈ ພີເຊັນໄດ້ດີ ແລະ ສະຫງ່າງາມທີ່ສຸດເລີຍ ສົ່ງແຮງເຊຍແຮງໃຈໃຫ້ນ້ອງກັນ ໃນມື້ນີ້ ໂດຍການໄລ້ສົດຜ່ານເພຈ Miss Global ນັ້ນເອງ.

อาจเป็นรูปภาพของ 1 คน และ ข้อความ

ຢ່າລືມກໍແລ້ວກັນແຟນໆຊາວລາວ ຮ່ວມເຊຍ ບັດແສງ ວົງຈັນທຳ ໃນຮອບ Final ສໍາລັບການປະກວດ national Costume miss global 2023 ທີ່ນ້ອງວັນບັດແສງສວມໃສ່ເອກອ້າງຄວາມມີເອກະລັກສະເພາະຂອງຊຸດ ທີ່ມີຊື່ວ່າ “ ສະຕຣີລາວ ສາວເຜົ່າມົ້ງ “ ເຊິ່ງເອກອ້າງອີກໜຶ່ງຊົນເຜົ່າທີ່ໜ້າພາພູມໃຈຂອງລາວ ເປັນຊຸດຊົນເຜົ່າມົ້ງປະຍຸກເທິງເວທີ MISS GLOBAL 2023 ໂດດເດັ່ນ ແລະ ເປັນໜ້າຕື່ນຕາຕື່ນໃຈສໍາລັບສາກົນທີ່ໄດ້ເຫັນກັນເລີຍ ສໍາລັບ “ຊົນເຜົ່າມົ້ງ” ເປັນ 1 ໃນ 50ຊົນເຜົ່າ ທີ່ອາໄສຢູ່ໃນປະເທດລາວ ມີເອກະລັກທີ່ໂດດເດັ່ນທາງດ້ານ ຮີດຄອງປະເພນີ, ການດໍາລົງຊີວິດ, ດ້ານຫັດຖະກໍາ ແລະ ກະສິກໍາ.

อาจเป็นรูปภาพของ 1 คน

ການນຸ່ງຖືໃນຄັ້ງນີ້ ຄືການນຳສະເຫນີຄວາມສວຍງາມ ແລະ ເປັນເອກະລັກ ໂດຍສະເພາະກໍແມ່ນຊຸດເສື້ອຜ້າທີ່ສວມໃສ່ໃນນັ້ນມີທັງແບບດັ້ງເດີມ ແລະ ປະຍຸກໃໝ່ ຊຸດເຜົ່າມົ້ງທີ່ປະຍຸກໃໝ່ນີ້ ໄດ້ນໍາມາຈາກລວດລາຍບູຮານຂອງຊົນເຜົ່າມົ້ງ ທີ່ນຳມາປະສົມປະສານໃຫ້ມີຄວາມທັນສະໄໝຂຶ້ນມາພ້ອມກັບສີແດງ ທີ່ບົ່ງບອກເຖິງຄວາມໂດດເດັ່ນ, ໜັ້ນໃຈ ຂອງແມ່ຍິງລາວ ເຂົ້າກັບຍຸກສະໄໝໃຫມ່ ເຊິ່ງໄດ້ຮັບການອອກແບບ ແລະ ຕັດຍິບໂດຍ: MN brand / Design ນັ້ນເອງ.

อาจเป็นรูปภาพของ 1 คน และ ข้อความ

ທ້າຍນີ້ທີມຂ່າວບັນເທີງເອງ ກໍຂໍຝາກທຸກຄົນເປັນກຳລັງໃຈໃຫ້ນ້ອງແນ່ເດີ້ ຮອບຕັດສິນແມ່ນຄໍາຄືນນີ້ແລ້ວ ທາງເພຈ Miss Global ສາຍສະພາຍລາວຈະໂດດເດັ່ນ ຂໍອວຍພອນໃຫ້ນ້ອງປະສົບຜົນສໍາເລັດ ແລະ ນໍາລາງວັນອັນຊົງກຽດມາຝາກມາຕ້ອນແຟນຊາວລາວໃຫ້ໄດ້ເດີ.