ຕຳແຈ່ວໂອດບອນ ບ່າຍເຂົ້າຮ້ອນໆ

271

ແຈ່ວໂອດບອນ ບ່າຍກິນກັບເຂົ້າໜຽວຮ້ອນໆ ກັບ ປີ້ງປາ ອາຫານພື້ນເມືອງລາວເຮົາອີກປະເພດໜຶ່ງ, ການຕຳແຈ່ວໂອດບອນແມ່ນສາມາດຕຳໄດ້ຫຼາຍແບບໂດຍຂຶ້ນກັບແຕ່ລະທ້ອງຖິ່ນ ຫຼື ຕາມຄວາມມັກຂອງແຕ່ລະຄົນ ເຊິ່ງບາງຄົນກໍຕຳແຈ່ວໂອດບອນໃສ່ປາ…ແຕ່ມື້ນີ້ຄໍລຳອາຫານພວກເຮົາຈະພາທ່ານມາເຮັດແຈ່ວໂອດບອນສູດຜູ້ຂຽນເຮັດກິນເອງມາແນະນຳ (ໂດຍວິທີນີ້ຈະບໍ່ໃສ່ປາເລີຍ).

ไม่มีคำอธิบายรูปภาพ
▶ ວັດຖຸດິບ: ໂອດບອນ, ໝາກເຜັດດິບ, ຫົວຫອມບົ່ວ, ຫົວຜັກທຽມ, ເກືອ, ແປ້ງນົວ, ຫອມປ້ອມ, ຫອມບົ່ວ, ຫົວສີໃຄ, ຂ່າ.

ไม่มีคำอธิบายรูปภาพ

▶ຂັ້ນຕອນເຮັດ: ໂອດບອນ ຖ້າຢາກໃຫ້ຫອມໃຫ້ເອົາມາຫໍ່ໃສ່ໃບຕອງປີ້ງອີກເລັກໜ້ອຍ, ລ້າງຫອມປ້ອມ, ຫອມບົ່ວຊອຍໄວ້, ຈີ່ຫົວ ຫອມບົ່ວ, ຫົວຜັກທຽມ, ໝາກເຜັດ, ຫົວຂ່າໃຫ້ສຸກ, ຈາກນັ້ນກໍນຳໝາກເຜັດ, ຫົວຫອມບົ່ວ, ຫົວຜັກທຽມ, ເກືອ, ແປ້ງນົວ, ພ້ອມຊອຍຫົວສີໃຄ ແລະ ຂ່າເປັນຕ່ອນນ້ອຍໆລົງຄົກພ້ອມກັນແລ້ວຕຳໃຫ້ລະອຽດ

อาจเป็นรูปภาพของ เส้นก๋วยเตี๋ยว, ปลาแองโชวี่ และ มอสทะเล

ຈາກນັ້ນກໍນຳໂອດບອນ (ຕັດໃຫ້ສັ້ນ) ລົງໄປຕຳໃຫ້ລະອຽດ ຊີມລົດຊາດຕາມໃຈມັກພໍດີແລ້ວ ຈາກນັ້ນກໍນຳຫອມທີ່ຊອຍລົງໄປຕຳໃຫ້ເຂົ້າກັນ ຖືວ່າເປັນອັນສຳເລັດ ຕັກໃສ່ຖ້ວຍພ້ອມເສີບໄດ້.