ໂດດເດັ່ນ ພຣີເຊັນໝັ້ນໃຈສຸດໆ ນ້ອງວັນ ໃນຮອບ Preliminary Competition

36

ສາວລາວບໍ່ເຄີຍແຜ່ວງາມໝັ້ນໃຈ ເຕັມ 10ບໍ່ຫັນນ້ອງເຮັດໄດ້ດີແຮງ ຮ່ວມສົ່ງກຳລັງແຮງເຊຍ ນ້ອງ ວັນ ບັດແສງ ວົງຈັນທໍາ Miss Global Laos2023 ສາຍສະພາຍລາວຕ້ອງໂດດເດັ່ນ ເທິງເວທີລະດັບໂລກ Miss Global2023 ທີ່ປະເທດຫວຽດນາມນັ້ນເອງ ເຊິ່ງງານນີ້ ໃນຮອບ Preliminary Competition ງົດງາມສະຫງ່າດັ່ງເພັດ ອັນຍະມະນີລ້ຳຄ່າ ແຂງແກ່ນດັ່ງໃຈທີ່ເຂັ້ມແຂງ ໃນຊຸດລາຕຣີ Miss Global Preliminary Competition ນັ້ນເອງ.

อาจเป็นรูปภาพของ 3 คน

ຜ່ານມາໃນຮອບດັ່ງກ່າວ ນ້ອງກໍໄດ້ບອກວ່າ: ພູມໃຈສຸດໆ ທີ່ໄດ້ພຣີເຊັນໃຫ້ທົ່ວໂລກໄດ້ຮັບຮູ້ວ່ານີ້ຄື “ LAOS “ ໃນຮອບ Preliminary ທີ່ຜ່ານມາຖືວ່າ ວັນໄດ້ເຮັດເຕັມທີ່ ສຸດພະລັງຂອງຜູ້ຍິງຄົນນີ້ ວັນຂອບໃຈພະລັງບວກ ທຸກແຮງເຊຍ, ກໍາລັງໃຈຈາກທົ່ວໂລກທີ່ຢູ່ໃນງານ ແລະ ທາງບ້ານພ້ອມທັງພີ່ນ້ອງຊາວລາວທຸກຄົນ See you Final Competition Miss Global 2023 Jan 18th 2024 ( Cambodia Time )”.

อาจเป็นรูปภาพของ 1 คน

ຢ່າລື່ມຕິດຕາມ ແລະ ຮ່ວມສົ່ງກຳລັງໃຈໃຫ້ນ້ອງ ວັນ ໄດ້ໃນທຸກຊ່ອງທາງ ກັນໄດ້ບອກເລີຍການກັບມາເທື່ອນີ້ມີເລືອດນັກສູ້ ແລະ ຄວາມພະຍາຍາມເຕັມທີ່ ສໍາລັບ ສາວຄົນນີ້ແມ່ນສາວງາມໜ້າຄົມມີສະເໜ່ສຸດໆ ເປັນນາງງາມຍອດນັກສູ້ອີກຄົນໜຶ່ງ ເຖິງແມ່ນວ່າໃນການປະກວດໃນເວທີທີ່ຜ່ານມາຈະໄປຄວ້າມົງມາຄອງບໍ່ໄດ້ ແຕ່ນ້ອງຄົນນີ້ກໍບໍ່ຢຸດພັດທະນາ ແລະ ຕາມຫາຝັນຂອງຕົນເອງຈົນຕອນນີ້ຜູ້ໃຫຍ່ເຫັນໃນຄວາມສາມາດ ແລະ ມອບຕໍາແໜ່ງອັນຊົງກຽດໃຫ້ໄປຄອງ ເຊື່ອວ່ານ້ອງຕ້ອງເຮັດຢ່າງເຕັມທີ່ກັບໂອກາດທີ່ໄດ້ຮັບແນ່ນອນເລີຍ.

อาจเป็นรูปภาพของ 2 คน

ນ້ອງ ບັດແສງ ວົງຈັນທຳ ເປັນສາວງາມມາຈາກເມືອງວັງວຽງ, ແຂວງວຽງຈັນ ສະຖານທີ່ສຶກສາ ວິທະຍາໄລເຕັກນິກປາກປ່າສັກພາກວິຊາ ການໂຮງແຮມ ແລະ ການທ່ອງທ່ຽວ. ທີ່ຜ່ານມາແມ່ນເຄີຍປະກວດເວທີ Hot guys & sexy girl2021 ໄດ້ຮອງອັນດັບ1 ແລະ ເວທີ Miss Universe Laos 2021 ໄດ້ Top 6 ນັ້ນເອງ ມີຄະຕິປະຈຳໃຈແມ່ນ “ເຮົາຈະທໍ້ບໍ່ໄດ້ ຖ້າເຮົາຍັງສູ້ໄປບໍ່ຮອດຄວາມຝັນ”.

อาจเป็นรูปภาพของ 1 คน, การแต่งหน้า, ชุดออกงาน และ ชุดเดรส

ທ້າຍນີ້ທີມຂ່າວບັນເທີງກໍຂໍຝາກແຟນຂ່າວ ແລະ ແຟນຄລັບຂອງນ້ອງຕິດຕາມ ແລະ ຮ່ວມສົ່ງກໍາລັງໃຈໃຫ້ນ້ອງໃນການປະກວດຄັ້ງນີ້ຫຼາຍໆເດີ້ ເພື່ອນ້ອງຈະໄດ້ນໍາມົງກຸດມາເປັນຂອງຝາກຂອງຕ້ອນແຟນໆຊາວລາວຂອງພວກເຮົາ.